spot_img
Homeຂ່າວການພັດທະນາເສັ້ນທາງໃນຕົວເມືອງຍັງເປິເປື້ອນຫຼາຍພາກສ່ວນກ່ຽວຂ້ອງຄວນເບິ່ງຄືນ

ເສັ້ນທາງໃນຕົວເມືອງຍັງເປິເປື້ອນຫຼາຍພາກສ່ວນກ່ຽວຂ້ອງຄວນເບິ່ງຄືນ

Published on

DSC06461

 

ເຖິງວ່າລະດູຝົນໄດ້ຜ່ານພົ້ນໄປ, ແຕ່ເສັ້ນທາງສາຍຕ່າງໃນ ຕົວເມືອງນະຄອນຫຼວງວຽງຈັນ, ກໍຍັງເປິເປື້ອນເຕັ້ມໄປ

ດ້ວຍຂີ້ດິນ, ຊາຍ, ຍ້ອນໂຄງການກໍ່ສ້າງ, ລົດບັນທຸກ, ເສັ້ນທາງເປ່ເພ, ເປັນຕົ້ນແມ່ນເສັ້ນທາງ ໜ້າໄອເຕັກຜ່ານໄຟ

ແດງທາດ ຫຼວງຫາໄພແດງໂພນຄັງ, ເສັ້ນທາງຄູວຽງຫາຕະຫຼາດເຊົ້າ, ເສັ້ນທາງໄຟແດງຫຼັກ 5 ໄປຫາໄຟແດງດົງໂດກ,

ເສັ້ນທາງໜອງບອນ ແລະ ອື່ນໆ, ເຫັນວ່າ ຍັງບໍ່ໄດ້ຮັບ ການປົວແປງອະນາໄມ, ສ້າງຄວາມບໍ່ຈົບງານໃຫ້ແກ່ຜູ້ສັນ

ຈອນໄປມາ ແລະ ເຮັດ ໃຫ້ການ ຜັນຂະຫຍາຍຍນະໂຍ ບາຍ ສ ສະອາດ ຢູ່ນະຄອນຫຼວງວາງອອກມົວໝອງ, ເກີດຫາງ

ສຽງຈົມວ່າຈາກສັງຄົມ, ຕໍ່ບັນ ຫານີ້ ໄລຍະຜ່ານມາກໍເຫັນວ່າ ພາກສ່ວນກ່ຽວຂ້ອງໄດ້ເອົາໃຈໃສ່ອະນາໄມ, ລ້າງເສັ້ນ

ທາງຕ່າງໃນຕົວເມືອງສະອາດ ເປັນບາງໄລ ຍະເທົ່ານັ້ນ, ແຕ່ເຖິງ ແນວໃດກໍຂໍສະເໝີໃຫ້ພາກສ່ວນ ກ່ຽວຂ້ອງຊອກ

ຫາວິທີແກ້ໄຂ, ປົວແປງເສັ້ນທາງຈຸດທີ່ເປ່ເພ, ວາງມາດຕະການຢ່າງເຂັ້ມງວດຕໍ່ໂຄງການກໍສ້າງ ແລະ ພາກສ່ວນລົດ

ບັກທຸກດິນ, ຫີນຊາຍ, ທີ່ເປັນສາເຫດຫຼັກທີ່ເຮັດໃຫ້ເສັ້ນ ທາງເປ ເປື້ອນ, ເປ່ເພ, ພ້ອມນັ້ກ ພາກສ່ວນລ້າງເສັ້ນທາງ

ກໍຕ້ອງ ໄດ້ເພີ່ມຄວາມເອົາໃຈໃສ່ປະຕິ ບັດໜ້າທີ່ຂອງຕົນ, ສິ່ງສຳຄັນ ແມ່ນ ທຸກຄົນຕ້ອງເປັນເຈົ້າການ ຮັກສາອະນາ

ໄມສະຖານທີ່ສະທາລະນະ, ກໍຄືເສັ້ນທາງເພື່ອເຮັດແນວໃດໃຫ້ເສັ້ນທາງໃນນະ ຄອນຫຼວງວຽງຈັນສະອາດສວຍງາມ

ເປັນໃບໜ້າໃບຕາຂອງປະເທດ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...