spot_img
Homeຂ່າວພາຍ​ໃນເສດຖີຍີ່ປຸ່ນ ຮັບສະໝັກສິລະປິນ ຈຳນວນ 8 ຄົນ ທີ່ຢາກໄປດວງຈັນ

ເສດຖີຍີ່ປຸ່ນ ຮັບສະໝັກສິລະປິນ ຈຳນວນ 8 ຄົນ ທີ່ຢາກໄປດວງຈັນ

Published on

ຍາຊາກຸ ມາເອະຊາວະ ມະຫາເສດຖີຍີ່ປຸ່ນເປີດຮັບສະໝັກນັກສິລະປິນຈຳນວນ 8 ຄົນ ຈາກທົ່ວໂລກ ເພື່ອເດີນທາງສ່ວນຕົວໄປດວງຈັນໃນປີ 2023, ກຳນົດເວລາສົ່ງໃບສະໝັກແຕ່ມື້ນີ້ຈົນເຖິງວັນທີ 14 ມີນາ 2021 ນີ້.

ວັນທີ 3 ມີນາ, 64, ສຳນັກຂ່າວ AIJAZEERA ລາຍງານວ່າ: ຜູ້ປະກອບການດ້ານແຟຊັ່ນອອນລາຍ ອາຍຸ 45 ປີ, ເປັນຄົນທຳອິດທີ່ຈອງບ່ອນນັ່ງເທິງຍານອະວະກາດເພື່ອໄປດວງຈັນເຊິ່ງພັດທະນາໂດຍ Space X.

ໃນປີ 2018, ມາເອະຊາວະ ໄດ້ຈ່າຍເງິນຈຳນວນຫຼາຍ ແຕ່ບໍ່ເປີດເຜີຍຕົວເລກດັ່ງກ່າວ ເພື່ອຈອງບ່ອນນັ່ງສຳລັບການເດີນທາງໃນອະວະກາດຄາດວ່າຈະຈັດຂື້ນໃນປີ 2023 (ໂດຍໄວທີ່ສຸດ) ເຊິ່ງລາວມີແຜນຈະເຊີນນັກສິລະປິນ 6-8 ຄົນເຂົ້າຮ່ວມການເດີນທາງໄປດວງ.

ໃນມື້ນີ້ (ວັນທີ 3 ມີນາ 2021) ທີ່ຜ່ານມາ ລາວໄດ້ລົງຄລິບວີດີໂອໃນບັນຊີ twitter ໂດຍການເປີດເຜີຍຂັ້ນຕອນການສະໝັກ ແລະ ລາວໄດ້ກ່າວວ່າ:  “ຂ້າພະເຈົ້າຂໍເຊີນທ່ານເຂົ້າຮ່ວມພາລະກິດນີ້ກັບ 8 ຄົນຈາກທົ່ວໂລກ ຂ້ອຍໄດ້ຈັດການຊື້ບ່ອນນັ່ງທັງໝົດຮຽບຮ້ອຍແລ້ວ ເຊິ່ງມັນຈະເປັນແບບສ່ວນຕົວ”.

ມາເອະຊາວະ ກ່າວອີກວ່າ: ແຜນການຂອງລາວແມ່ນການເຊີນຊວນນັກສິລະປິນ ເພາະລາວເຊື່ອວ່າ: “ຄົນທຸກຄົນທີ່ເຮັດໃນສິ່ງທີ່ສ້າງສັນກໍ່ສາມາດຖືກເອີ້ນວ່າເປັນນັກສິລະປິນໄດ້ເຊັ່ນກັນ” ຜູ້ປະກອບການຍີ່ປຸ່ນກ່າວວ່າ: ຜູ້ສະກໝັກທີ່ຈະໄປດວງຈັນນັ້ນ ຕ້ອງປະຕິບັດສອງເງື່ອນໄຂຄືດັ່ງນີ້: ພ້ອມທີ່ຈະຜັກດັນຂີດຈຳກັດຂອງໂຕເອງຢ່າງສ້າງສັນ ແລະ ເຕັມໃຈທີ່ຈະຊ່ວຍເຫຼືອໝູ່ຄົນອື່ນໆທີ່ຮ່ວມເດີນທາງໃນຄັ້ງນີ້ ເຊິ່ງມີປະມານ 10-12 ຄົນ ຂື້ນໄປເທິງຍານອາວະກາດ ແລະ ແຜນຈະໂຄຈອນຮອບດວງຈັນກ່ອນກັບຄືນສູ່ໂລກ.

ເປີດລົງທະບຽນຮອດວັນທີ 14 ມີນາ 2021, ໂດຍມີການຄັດເລືອກເບື້ອງຕົ້ນກ່ອນວັນທີ 21 ມີນາ 2021. ເຊິ່ງປະຈຸບັນຍັງບໍ່ມີກຳນົດເວລາສຳລັບວຽກມອບໝາຍໝ້າທີ່ ແລະ ການສຳພາດອອນລາຍ  ແຕ່ການສຳພາດຄັ້ງສຸດທ້າຍ ແລະ ການກວດສຸຂະພາບແມ່ນໄດ້ກຳນົດໃນທ້າຍເດືອນພຶດສະພາ ປີ 2021 ນີ້, ອີງຕາມເວບໄຊ້ຂອງມາເອະຊາວະ ຖ້າປະສົບຜົນສຳເລັດ ມາເອະຊາວະ ແລະ ກຸ່ມນັກອາວະກາດຂອງລາວ ກໍ່ຈະກາຍເປັນນັກເດີນທາງໄປດວງຈັນຊຸດຕໍ່ໄປ ນັບຕັ້ງແຕ່ການປະຕິບັດພາລະກິດຂອງສະຫະລັດໃນປີ 1972.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...