spot_img
Homeຂ່າວພາຍ​ໃນເລື່ອນແລ້ວ ຊີເກມທ້າຍປີ 2021 ທີ່ຫວຽດນາມເປັນເຈົ້າພາບ

ເລື່ອນແລ້ວ ຊີເກມທ້າຍປີ 2021 ທີ່ຫວຽດນາມເປັນເຈົ້າພາບ

Published on

ເນື່ອງຈາກສະຖານະການໂຄວິດ-19 ຮຸນແຮງທີ່ຍັງລະບາດຢູ່ໃນປັດຈຸບັນນີ້ ມົນຕີທັງ 11 ຊາດໄດ້ເຂົ້າຮ່ວມການປະຊຸມທາງໄກ ເພື່ອພິຈາລະນາກໍລະນີຫວຽດນາມ ທີ່ຈະເປັນເຈົ້າພາບຊີເກມ ຄັ້ງທີ 31 ຈະຂໍເລື່ອນຈັດການແຂ່ງຂັນຈາກວັນທີ 21 ພະຈິກ ຫາ ວັນທີ 2 ທັນວາ ປີ 2021 ອອກໄປເປັນເດືອນ ເມສາ ຫຼື ພຶດສະພາ ປີ 2022.

ທີ່ປະຊຸມ ໄດ້ຂໍໃຫ້ຫວຽດນາມໃຫ້ຄໍາຕອບທີ່ຊັດເຈນວ່າ ສາມາດຈັດການແຂ່ງຂັນຕາມກໍານົດເກົ່າ ຫຼື ບໍ່, ເຊິ່ງຜູ້ແທນຂອງຫວຽດນາມຍັງຄົງພະຍາຍາມຕໍ່ລອງຈະໃຫ້ຄໍາຕອບພາຍໃນ 10 ມື້ຂ້າງໜ້າ ແຕ່ໃນທີ່ສຸດ ປະທານທີ່ປະຊຸມ ກໍໄດ້ຂໍໃຫ້ທຸກຊາດລົງມະຕິວ່າ ຈະຍັງຄົງໃຫ້ມີການແຂ່ງຂັນຕາມກໍານົດເກົ່າ ຫຼື ບໍ່ ເນື່ອງຈາກສະຖານະການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນປັດຈຸບັນນີ້ຍັງຮຸນແຮງຢູ່ ເຊິ່ງທີ່ປະຊຸມໄດ້ລົງມະຕິດ້ວຍຄະແນນສຽງ 10 ຊາດ ແລະ ຫວຽດນາມແມ່ນໃຫ້ງົດອອກສຽງ ໃຫ້ຍົກເລີກການແຂ່ງຂັນກິລາຊີເກມ ຄັ້ງທີ 31 ສ່ວນການທີ່ຫວຽດນາມ ຈະຂໍເລື່ອນໄປຈັດເດືອນເມສາ-ພຶດສະພາ ໃນປີໜ້ານັ້ນ ໃຫ້ເປັນເລື່ອງທີ່ໂອລິມປິກຫວຽດນາມຕ້ອງໄປລົມກັບທາງລັດຖະບານເພື່ອໃຫ້ຄໍາຕອບທີ່ຊັດເຈນ ກ່ອນນໍາສະເໜີເຂົ້າສະຫະພັນຊີເກມອີກຄັ້ງ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...