spot_img
Homeຄວາມງາມເລືອກສີຜົມໃຫ້ເຂົ້າກັບສີຜິວ

ເລືອກສີຜົມໃຫ້ເຂົ້າກັບສີຜິວ

Published on

<ignore_js_op>

ເລືອກສີຜົມໃຫ້ເຂົ້າກັບສີຜິວ

ການເຮັດສີຜົມໃຫ້ງາມນັ້ນ ນອກຈາກເລືອກສີທີ່ເຮົາມັກແລ້ວ ຍັງຕ້ອງຄຳນຶງເຖິງບຸກຄະລິກ ສະຕາຍການແຕ່ງຕົວແລະລວມໄປເຖິງການເລືອກສີຜົມໃຫ້ເຂົ້າກັບສີຜິວນຳ ຈຶ່ງຈະເຮັດໃຫ້ທ່ານຜູ້ຍິງທັງຫຼາຍເບິ່ງດີຂື້ນນຳອີກ

ຜູ້ຊ່ຽວຊານດ້ານບຸກຄະລິກກະພາບຕ່າງກໍລົງຄວາມເຫັນຄືກັນວ່າສາວໆ ມີສີຜິວທີ່ຕ່າງກັນຢູ່ປະມານ 4 ໂທນສີເຊິ່ງສີຜິວທີ່ຕ່າງກັນ 4 ໂທນນີ້ຕ້ອງການສີຜົມທີ່ແຕກຕ່າງກັນນຳຄື

o ສາວຜິວຂາວອົມບົວແມ່ນເໝາະສົມກັບສີຜົມນ້ຳຕານແດງ ນ້ຳຕານອົມບົວແລະນ້ຳຕານທຳມະຊາດທີ່ມີຄວາມແຈ້ງປານກາງ ເພາະວ່າສີເຫຼົ່ານີ້ຈະເຮັດໃຫ້ສີຜິວເບິ່ງບໍ່ຊີດແລະເຮັດໃຫ້ເຈົ້າມີສະເໜ່ເພີ່ມຂື້ນ

o ສ່ວນສາວຜິວແທນຫຼືສີຜິວຄ້ຳໆຄວນຕື່ມພະລັງ ແລະຄວາມສວຍງາມດ້ວຍຜົມສີນ້ຳຕານປະກາຍສົ້ມເຈົ້າຈະເບິ່ງມີຊີວິດຊີວາແລະສົດໃສຍິ່ງຂື້ນ

o ຖ້າເຈົ້າເປັນຄົນຜິວສອງສີຫຼືຜິວສີນ້ຳເຜິ້ງແມ່ນເຈົ້າຈະມີສະເໜ່ແລະເຊັກຊີ້ພາຍໃນຕົວຢູ່ແລ້ວ ການເລືອກໂທນສີຜົມນ້ຳຕານແຈ້ງອອກທອງຫຼືນ້ຳຕານອ່ອນໆ ກໍຈະຊ່ວຍໃຫ້ເຈົ້າງາມຂື້ນໃນອີກລະດັບໜຶ່ງ

o ແຕ່ຖ້າເຈົ້າມີຜິວຂາວອົມເຫຼືອງເຈົ້າຈະເບິ່ງຊີດແລະບໍ່ສົດໃສເທົ່າໃດ ຜົມສີເຂັ້ມແບບນ້ຳຕານຊ໋ອກໂກແລັດ ຫຼືນ້ຳຕານເຫຼື້ອມເທົ່າຈະຊ່ວຍໃຫ້ເຈົ້າເບິ່ງເປັນສາວເທ້ເປັນຕາຄົ້ນຫາຢ່າງຍິ່ງ ເພາະວ່າສີຜົມຊ່ວຍຂັດໃຫ້ສີຜິມຂອງເຈົ້າຜ່ອງຂື້ນໄດ້ ເລືອກສີທີ່ຖືກໃຈໄດ້ແລ້ວກໍຢ່າລືມນຳວ່າ ສີຜົມຈະງາມຫຼາຍຂື້ນຫາກຢູ່ນຳຜົົມທີ່ມີສຸຂະພາບດີ ດັ່ງນັ້ນຢ່າລືມຮັກສາເສັ້ນຜົມໄວ້ໃຫ້ດີໆ ເດີ້ທ່ານຜູ້ຍິງ

ທີ່ມາhttp://www.deklao.com

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...