spot_img
Homeຂ່າວຕ່າງປະເທດເລີ່ມຕົ້ນມື້ທຳອິດ ຕຳຫລວດໄທຈັບ-ປັບໃໝ ນັກຂັບຂີ່ຫລິ້ນເກມ ໂປເກມອນ ໂກ ໄດ້ເກືອບ 30 ຄົນ!

ເລີ່ມຕົ້ນມື້ທຳອິດ ຕຳຫລວດໄທຈັບ-ປັບໃໝ ນັກຂັບຂີ່ຫລິ້ນເກມ ໂປເກມອນ ໂກ ໄດ້ເກືອບ 30 ຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 23 ສິງຫານີ້ວ່າ ທ່ານ ພົນຕີ ມົງຄົນ ວະຣຸນໂຍ ຜູ້ບັງຄັບການຕຳຫລວດຈະລາຈອນໄທ ໄດ້ອອກມາເປີດເຜີຍວ່າ ພາຍຫລັງທີ່ເຈົ້າໜ້າທີ່ຕຳຫລວດຈະລາຈອນ ໄດ້ເລີ່ມປະຕິບັດມາດຕະການ ປັບໃໝຜູ້ຂັບຂີ່ຍານພາຫະນະ ທີ່ຫລິ້ນເກມໂປເກມອນ ໂກ ໃນຂະນະຂັບຂີ່ຕາມທ້ອງຖະໜົນ ໃນວັນທີ 22 ສິງຫາ 2016 ຜ່ານມານີ້ ໂດຍພຽງແຕ່ມື້ດຽວ ສາມາດຈັບ ແລະ ປັບໃໝຜູ້ກະທຳຜິດໄດ້ແລ້ວ 28 ຄົນ.

ທັງນີ້ ອີງຕາມກົດໝາຍຈະລາຈອນທາງບົກຂອງໄທ ຜູ້ຂັບຂີ່ທີ່ກະທຳຄວາມຜິດ ໃນຂໍ້ຫາໃຊ້ໂທລະສັບເຄື່ອນທີ່ ໃນຂະນະຂັບຂີ່ຍານພາຫະນະ ຈະຖືກໂທດປັບໃໝ ໃນອັດຕາສູງສຸດ 1,000 ບາດ ຫລື ປະມານ 230,000 ກີບ.

 

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...