spot_img
Homeຂ່າວການພັດທະນາເລັ່ງສຶກສາການຜະລິດແກ໊ສຊີວະພາບຈາກ ຂີ້ເຫຍື້ອ

ເລັ່ງສຶກສາການຜະລິດແກ໊ສຊີວະພາບຈາກ ຂີ້ເຫຍື້ອ

Published on

ທ່ານ ບຸນເລີດ ຫຼວງປະເສີດ ປະທານບໍລິສັດຫຼວງປະເສີດ ກໍ່ສ້າງ ຈຳກັດ ໄດ້ກ່າວວ່າ: ພວກເຮົາໄດ້ຮ່ວມກັບ ອົງການພັດທະນາ ແລະບໍລິຫານຕົວເມືອງວຽງຈັນ  (ອພບ) ໃນການສຶກສາຂໍ້ມູນຂີ້ເຫຍື້ອປຽກ ເພື່ອຜະລິດ ແກ໊ສ ແລະປຸຍຊີວະພາບ ໂດຍການສະໜັບສູນໜູນດ້ານເທັກໂນໂລຢີ ຈາກອົງການໄຈກາ ປະເທດຢຍີ່ປຸ່ນ ເຊິ່ງຈະໃຊ້ເວລາ 6 ເດືອນ ໃນການເກັບກຳຕົວເລກ ຂີ້ເຫຍື້ອປຽກ (ເສດອາຫານຕ່າງໆ, ເສດພືດຜັກ ໝາກໄມ້, ສິ່ງທີ່ສາມາດຍ່ອຍສະຫຼາຍໄດ້ງ່າຍ) ທີ່ໄດ້ຈາກຕະຫຼາດສົດ, ຮ້ານອາຫານ, ໂຮງແຮມ, ພັດທະຄານ, ສະຖານທີ່ສາທາລະນະ ແລະອື່ນໆ.
ປັດຈຸບັນ ໃນ 4 ເມືອງໃນນະຄອນຫຼວງວຽງຈັນຄື ເມືອງ ໄຊເຊດຖາ, ສີສັດຕະນາກ, ຈັນທະບູລີ ແລະສີໂຄດຕະບອງ ມື້ໜຶ່ງມີຂີ້ເຫຍື້ອລວມທັງໝົດ 60 ໂຕນ ແຕ່ຍັງບໍ່ສາມາດແຍກຂີ້ເຫຍື້ອປຽກ ແລະແຫ້ງໄດ້ ເຊິ່ງຄາດວ່າ ຖ້າມີຂີ້ເຫຍື້ອປຽກ 15 ໂຕນຕໍ່ມື້ ກໍ່ສາມາດລົງທຶນ ໃນການສ້າງຕັ້ງໂຮງງານຜະລິດໃຫ້ເປັນແກ໊ສ ແລະຝຸ່ນຊີວະພາບໄດ້.
ອີງຕາມຂໍ້ມູນຈາກ ອົງການພັດທະນາ ແລະບໍລິຫານ ຕົວເມືອງວຽງຈັນ ປັດຈຸບັນປ່ຽນເປັນ ຫ້ອງການຄຸ້ມຄອງ ແລະບໍລິການຕົວເມືອງວຽງຈັນ ໃຫ້ຮູ້ວ່າ: ນະຄອນຫຼວງວຽງຈັນມີຂີ້ເຫຍື້ອປະມານ 300-350 ໂຕນຕໍ່ມື້. ໃນນີ້, ສາມາດເກັບມ້ຽນຂົນໄປບຳບັດຢູ່ສະໜາມຫຼັກ 32 ໄດ້ປະມານ 220-250 ໂຕນຕໍ່ມື້ເທົ່ານັ້ນ ຊຶ່ງໝາຍຄວາມວ່າຍັງມີຂີ້ເຫຍື້ອຄົງຄ້າງປະມານ 80-100 ໂຕນຕໍ່ມື້ ທີ່ປະຊາຊົນຫາວິທີກຳຈັດກັນເອງ (ອາດຈະດ້ວຍວິທີຂົນໄປຖິ້ມເອງ, ຈູດເຜົາ, ຝັງ ແລະ ອື່ນໆ).

ທີ່ມາ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...