spot_img
Homeຂ່າວຕ່າງປະເທດເລັ່ງຄົ້ນຫາຜູ້ສູນຫາຍຫຼາຍສິບຄົນໃນເຫດດິນຕົມເຈື່ອນທີ່ຍີ່ປຸ່ນ

ເລັ່ງຄົ້ນຫາຜູ້ສູນຫາຍຫຼາຍສິບຄົນໃນເຫດດິນຕົມເຈື່ອນທີ່ຍີ່ປຸ່ນ

Published on

Tokyo (CNN) ລາຍງານວ່າ: ເຈົ້າໜ້າທີ່ກູ້ໄພຂອງຍີ່ປຸ່ນຍັງສືບຕໍ່ເລັ່ງຄົ້ນຫາເພື່ອຊ່ວຍເຫຼືອຜູ້ສູນຫາຍຫຼາຍສິບຄົນຈາກເຫດການດິນຕົມຖະຫຼົ່ມທີ່ພາກກາງຂອງປະເທດຍີ່ປຸ່ນເມື່ອສາມວັນກ່ອນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 4 ຄົນ.

ເຈົ້າໜ້າທີ່ໄດ້ລະດົມກຳລັງເຂົ້າຊ່ວຍເຫຼືອໂດຍຮີບດ່ວນ ເຊິ່ງສາມາດກອບກູ້ຊີວິດປະຊາຊົນໄດ້ 26 ຄົນ ແຕ່ກໍມີຜູ້ສູນຫາຍອີກຫຼາຍສິບຄົນທີ່ຍັງບໍ່ຮູ້ຊະຕາກຳ ເຊິ່ງກ່ອນໜ້ານີ້ມີລາຍງານຜູ້ສູນຫາຍກວ່າ 100 ຄົນ ຂະນະທີ່ຍອດຜູ້ເສຍຊີວິດປັດຈຸບັນເພີ່ມຂຶ້ນເປັນ 4 ລາຍ.

ເນື່ອງຈາກຝົນຕົກໜັກໃນວັນທີ 3 ກໍລະກົດ ເຮັດໃຫ້ເກີດມີດິນຕົມເຈື່ອນໄຫຼຊຸມາຕາມທ້ອງຖະໜົນພ້ອມພັດຖະຫຼົ່ມເຂົ້າໃສ່ບ້ານເຮືອນປະຊາຊົນໃນເມືອງອາຕາມິ, ແຂວງຊິຊຸໂອກະ ຫ່າງຈາກໂຕກຽວ ເມືອງຫຼວງຂອງປະເທດຍີ່ປຸ່ນ ໄປທາງທິດຕາເວັນຕົກສ່ຽງໃຕ້ປະມານ 90 ກິໂລແມັດ.

ຢູຈິ ຊິມະ ໜຶ່ງໃນຜູ້ອົບພະຍົບຈາກເຫດການດິນຕົມເຈື່ອນກ່າວຕໍ່ຜູ້ສື່ຂ່າວວ່າ: ດິນຕົມຖະຫຼົ່ມບໍ່ຕ່າງຫຍັງກັບຄື້ນສຶນາມິ ມັນເກີດຂຶ້ນໄວແບບບໍ່ຄາດຄິດຄ້າຍຄືກັບຄື້ນມະຫຶມາທີ່ສົ່ງສຽງກ້ອງກັງວານກ່ອນຈະຕົກລົງມາ ແລະແລ້ວທົ່ວທັງຜືນດິນກໍສັ່ນສະເທືອນ ທຸກຢ່າງເທິງໜ້າດິນກໍໄຫວຕີງໄປຕາມແຮງສັ່ນສະເທືອນຂອງໜ້າດິນ ກ່ອນທີ່ມັນຈະໄຫຼລົງມາພ້ອມກິ່ນອັນເນົ່າເໝັນ.

“ເວລານັ້ນສິ່ງທີ່ພວກເຮົາຄຳນຶງເຖິງກໍຄື ‘ຊີວິດ’ ກ່ອນຕັດສິນໃຈພາຄອບຄົວປະຖິ້ມບ້ານເຮືອນພ້ອມວັດຖຸສິ່ງຂອງອັນມີຄ່າເພື່ອຫຼົບໜີຈາກເຫດການລະທຶກຂວັນໄປສູ່ບ່ອນປອດໄພ.” ຢູຈິ ຊິມະ ກ່າວ.

ເຫດການດິນຕົມຖະຫຼົ່ມໄດ້ສ້າງຄວາມເສຍຫາຍແກ່ບ້ານເຮືອນຈຳນວນ 130 ຫຼັງ, ທາງເຈົ້າໜ້າທີ່ໄດ້ອົບພະຍົບປະຊາຊົນທີ່ໄດ້ຮັບຜົນກະທົບຈຳນວນ 562 ຄົນ ໄປທີ່ສູນອົບພະຍົບສາມແຫ່ງ ລວມທັງໂຮງແຮມສອງແຫ່ງໃນເມືອງອາຕາມິ, ສ່ວນສາເຫດຂອງການເກີດດິນຕົມເຈື່ອນນັ້ນ ທາງເຈົ້າໜ້າທີ່ຈະມີການກວດສອບຕື່ມ.

ຕາມການລາຍງານຂອງລັດຖະບານຍີ່ປຸ່ນປີ 2020, ຍີ່ປຸ່ນມີແນວໂນ້ມທີ່ຈະເກີດເຫດການດິນເຈື່ອນ ໂດຍສະເລ່ຍເຖິງ 1,500 ຄັ້ງຕໍ່ປີ ເພີ່ມຂຶ້ນ 50% ທຽບໃສ່ 10 ປີຜ່ານມາ ເຊິ່ງຖືເປັນຄວາມສ່ຽງທີ່ຮ້າຍແຮງລະດັບຊາດ, ຂະນະທີ່ຜູ້ຊ່ຽວຊານລະບຸວ່າ ເຄິ່ງໜຶ່ງຂອງປະຊາກອນຍີ່ປຸ່ນ ແລະ 75% ຂອງຊັບສິນພາຍໃນປະເທດແມ່ນນອນຢູ່ໃນເຂດພື້ນທີ່ສ່ຽງໄພ.

 

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...