spot_img
Homeຂ່າວພາຍ​ໃນ​ເຢຍລະ​ມັນໃຫ້ທຶນຊ່ວຍ​ເຫຼືອ​ 32 ລ້ານ​ເອີ​ໂຣເພື່ອຄຸ້ມຄອງປ່າໄມ້ຢູ່ພາກເໜືອຂອງລາວ

​ເຢຍລະ​ມັນໃຫ້ທຶນຊ່ວຍ​ເຫຼືອ​ 32 ລ້ານ​ເອີ​ໂຣເພື່ອຄຸ້ມຄອງປ່າໄມ້ຢູ່ພາກເໜືອຂອງລາວ

Published on

ລັດຖະບານ​ເຢຍລະ​ມັນ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ປະມານ 32 ລ້ານ​ເອີ​ໂຣ ຫຼື ປະມານ 607 ຕື້ກີບ ​ເພື່ອ​ສະໜອງ​ທຶນ​ໃຫ້​ແກ່​ໂຄງການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຢູ່​ບັນດາ​ແຂວງ​ພາກ​ເໜືອ​ຂອງ​ລາວ, ໃນນີ້ ມີ18 ລ້ານເອີໂຣ ຈະມອບໃຫ້ກອງທຶນປົກປ້ອງສິ່ງແວດລ້ອມ ແລະ  14 ລ້ານເອີໂຣ ແມ່ນມອບໃຫ້ GIZ.

ອີງຕາມການລາຍງານຂອງສະຖານີໂທລະພາບແຂວງບໍ່ແກ້ວ ແຂວງເປົ້າໝາຍຂອງໂຄງການ ປະກອບມີ ອຸດົມໄຊ, ຫຼວງນໍ້າທາ ແລະ ບໍ່ແກ້ວ ແຕ່ປີ 2023 ຫາ 2027, ໂດຍຈະມີ 240 ບ້ານ ໃນ 12 ເມືອງ ທີ່ຈະໄດ້ຮັບຜົນປະໂຫຍດ ຈາກໂຄງການນີ້.

ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ແຂວງບໍ່ແກ້ວ ແລະ ຜູ້ຕາງໜ້າອົງການ GIZ ໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການຈັດຕັ້ງປະຕິບັດໂຄງການຢູ່ແຂວງບໍ່ແກ້ວ ແລະ ໄດ້ລາຍງານການປະຕິບັດໂຄງການໄລຍະທີ 1 ໃນຊຸມປີຜ່ານມາ.

ລັດຖະບານໄດ້ຮ່າງຂໍ້ຕົກລົງວ່າດ້ວຍການສ້າງຕັ້ງຄະນະຊີ້ນຳ ແລະ ຄະນະປະສານງານໂຄງການຢູ່ຂັ້ນແຂວງ ແລະ ເມືອງ, ກຳນົດມາດຖານຄັດເລືອກບ້ານເປົ້າໝາຍ ແລະ ຜົນການວິເຄາະເບື້ອງຕົ້ນ ເພື່ອກະກຽມການຈັດຕັ້ງປະຕິບັດ.

ໄລຍະທີ 1 ຂອງໂຄງການແມ່ນໄດ້ຜັນຂະຫຍາຍຢູ່ແຂວງໄຊຍະບູລີ ຫຼວງພະບາງ ແລະ ແຂວງຫົວພັນ ແຕ່ປີ 2020 ຫາ 2023, ມີ 240 ບ້ານໃນ 15 ເມືອງ ຖືກຊຸກຍູ້ການຄຸ້ມຄອງປ່າໄມ້, ພູມສັນຖານ ແລະ ຊັບພະຍາກອນກະສິກຳແບບຍືນຍົງ.

ໃນໄລຍະຕົ້ນໆຂອງໂຄງການແຕ່ປີ 2009 ຫາ 2019, ປະເທດລາວໄດ້ມີຄວາມຄືບໜ້າ ໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ.

ແຫຼ່ງຂ່າວ Vientiane Time

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...