spot_img
Homeຂ່າວຕ່າງປະເທດເມືອງໂຕກຽວປະເທດຍີ່ປຸ່ນພົບຜູ້ຕິດເຊື້ອໂຄວິດ-19 ເຖິງ 2.848 ຄົນ ເຊິ່ງສ່ວນຫຼາຍເປັນສາຍພັນເດລຕາ

ເມືອງໂຕກຽວປະເທດຍີ່ປຸ່ນພົບຜູ້ຕິດເຊື້ອໂຄວິດ-19 ເຖິງ 2.848 ຄົນ ເຊິ່ງສ່ວນຫຼາຍເປັນສາຍພັນເດລຕາ

Published on

ເວັບໄຊ້ Thairath ໄດ້ລາຍງານວ່າ ໃນວັນອັງຄານທີ 27 ກໍລະກົດ 2021 ທີ່ຜ່ານມາ ທາງການຂອງເມືອງໂຕກຽວໄດ້ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ສູງເຖິງ 2.848 ຄົນ ໃນໄລຍະເວລາພຽງແຕ່ 1 ມື້ເທົ່ານັ້ນ ເຊິ່ງຖືວ່າເປັນສະຖິຕິທີ່ສູງທີ່ສຸດນັບຕັ້ງແຕ່ມີການລະບາດຂອງເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ.

ປະເທດຍີ່ປຸ່ນມີການລະບາດຂອງພະຍາດໂຄວິດ-19 ເປັນຄັ້ງທີ 5 ໂດຍສ່ວນໃຫຍ່ເປັນໄວຣັສສາຍພັນເດລຕາທີ່ເຮັດໃຫ້ເກີດການຕິດເຊື້ອທີ່ໄວຂຶ້ນ ໂດຍລັດຖະບານເອງໄດ້ປະກາດພາວະສຸກເສີນໃນເມືອງໂຕກຽວນີ້ ແລະ ອີກຫຼາຍເມືອງທີ່ຢູ່ອ້ອມຂ້າງ ໂດຍຈະຄວບຄຸມໄປຕະຫຼອດໄລຍະເວລາທີ່ມີການແຂ່ງຂັນກິລາໂອລິມປິກ.

ການລະບາດຂອງໂຄວິດ-19 ໃນຄັ້ງນີ້ສ້າງບັນຫາໃຫ້ແກ່ການຈັດງານການແຂ່ງຂັນກິລາໂອລິມປິກຢ່າງຍິ່ງ ເນື່ອງຈາກວ່າປະຊາຊົນຊາວຍີ່ປຸ່ນສ່ວນໃຫຍ່ມີຄວາມກັງວົນວ່າບັນດາພະນັກງານ ແລະ ນັກກິລາທີ່ເດີນທາງເຂົ້າມາປະເທດຈະເຮັດໃຫ້ມີການລະບາດທີ່ຮຸນແຮງຂຶ້ນ ແລະ ໃນວັນອັງຄານ ທີ 27 ກໍລະກົດ ທີ່ຜ່ານມາມີການລາຍງານເຖິງຜູ້ຕິດເຊື້ອທີ່ກ່ຽວຂ້ອງກັບງານກິລາຄັ້ງນີ້ເຖິງ 155 ຄົນ ແລະ ໃນຈໍານວນນີ້ເປັນນັກກິລາໂອລິມປິກ 2 ຄົນ.

ທັງນີ້ຈໍານວນຜູ້ຕິດເຊື້ອທີ່ເພີ່ມສູງຂຶ້ນໃນເມືອງໂຕກຽວເຮັດໃຫ້ທາງການຮຽກຮ້ອງໃຫ້ໂຮງໝໍຕ່າງໆເພີ່ມຕຽງເພື່ອຮອງຮັບຜູ້ຕິດເຊື້ອທີ່ຫຼາຍຂຶ້ນ ລວມທັງເລື່ອນການຜ່າຕັດຕາມກໍານົດການ ແລະ ຫຼຸດການປິ່ນປົວພະຍາດອື່ນໆລົງອີກ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...