spot_img
Homeຂ່າວທ້ອງຖິ່ນເມືອງແປກ ປ່ອຍປາ 100.000 ກວ່າໂຕ ທີ່ສວນສາທາລະນະອ່າງນ້ຳຫງຳ

ເມືອງແປກ ປ່ອຍປາ 100.000 ກວ່າໂຕ ທີ່ສວນສາທາລະນະອ່າງນ້ຳຫງຳ

Published on

ຂປລ. ທ້າຍອາທິດຜ່ານມາ, ​ໂດຍເຫັນໄດ້ຄວາມສຳຄັນ ກ່ຽວກັບການອະນຸລັກສັດນ້ຳ-ສັດປ່າ ​ແລະ ການປ່ອຍປາສູ່ທຳມະຊາດ, ບໍລິສັດ ພັດທະນາກໍ່ສ້າງ ສີບຸນເຮືອງ ຈຳກັດ ຮ່ວມກັບ ອຳນາດການປົກຄອງເມືອງ​​ແປ ແຂວງຊຽງຂວາງ ໄດ້ຈັດພິທີປ່ອຍປາລົງສູ່ທຳມະຊາດທີ່ສວນສາທາລະນະອ່າງນ້ຳຫງຳ ​​​ເຊິ່ງປາທີ່ນຳມາປ່ອຍໃນຄັ້ງນີ້ລວມມີ 5 ຊະນິດຄື: ປາໃນຄຳ, ປານິນ, ປາປາກ, ປາກິນຫຍ້າແລະ ປາສະຫວາຍ ລວມທັງ​ໝົດ 100.000 ກວ່າໂຕ ລວມມູນຄ່າທັງໝົດ 80 ກວ່າລ້ານກີບ.

ເຂົ້າຮ່ວມໃນການປ່ອຍໃນຄັ້ງນີ້ມີທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການແລະ ການລົງທຶນ, ມີທ່ານຮອງເຈົ້າແຂວງ, ​ເຈົ້າເມືອງ ຕະຫລອດຮອດຫົວໜ້າຮອງຫົວໜ້າພະແນກການ, ​ກົມກອງອ້ອມຂ້າງແຂວງເຂົ້າຮ່ວມ​.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...