spot_img
Homeຂ່າວຕ່າງປະເທດເມືອງອູຮັ່ນປົດລ໋ອກແລ້ວ ຫຼັງປິດເມືອງ 3 ເດືອນ ຈາກການລະບາດໂຄວິດ-19

ເມືອງອູຮັ່ນປົດລ໋ອກແລ້ວ ຫຼັງປິດເມືອງ 3 ເດືອນ ຈາກການລະບາດໂຄວິດ-19

Published on

ສຳນັກຂ່າວ BBC ລາຍງານວ່າມື້ນີ້ (8 ເມສາ) ເມືອງ ອູຮັ່ນ ແຂວງ ຫູເປີ່ຍ ເມືອງທີ່ເປັນຈຸດເລີ່ມຕົ້ນຂອງການແຜ່ລະບາດຂອງພະຍາດໄວຣັດໂຄວິດ-19 ໄດ້ຍົກເລີກມາດຕະການປິດເມືອງແລ້ວ, ສຳຫຼັບປະຊາຊົນໃນທ້ອງຖິ່ນທີ່ໄດ້ລະຫັດສີຂຽວໃນແອັບສຸຂະພາບໃນໂທລະສັບມືຖື ແມ່ນໄດ້ຮັບອານຸຍາດໃຫ້ອອກຈາກທີ່ພັກຂອງຕົນ. ພ້ອມກັນນີ້, ລົດໄຟ ແລະ ຖະໜົນ ກໍ່ໄດ້ກັບມາເປິດໃຫ້ໃຊ້ບໍລິການ. ເພື່ອເປັນການຄວບຄຸມການລະບາດໃນເມືອງ ອູຮັ່ນ ທາງການກໍ່ໄດ້ອອກຂໍ້ບັງຄັບໃນການເດີນທາງ ພ້ອມທັ້ງສັ່ງປິດທຸລະກິດຫຼາຍແຫ່ງ ໃນຕົວເມືອງ ເຊິ່ງມີຜູ້ທີ່ອາໄສຢູ່ໃນເຂດນັ້ນ 11 ລ້ານຄົນ.

ໃນເດືອນກ່ອນ, ເມື່ອເມືອງອູຮັ່ນລາຍງານວ່າບໍ່ມີກໍລະນີຕິດເຊື້ອເພີ່ມຂຶ້ນ ເປັນເວລາ 1 ອາທິດເຕັມໆ ຫ້າງສັບພະສິນຄ້າກໍ່ໄດ້ກັບມາເປີດໃຫ້ບໍລິການ, ປະຊາຊົນທີ່ບໍ່ໄດ້ອາໄສຢູ່ໃນເຂດສ່ຽງກໍ່ສາມາດອອກຈາກບ້ານໄດ້ 2 ຊົ່ວໂມງ. ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ປະຊາຊົນທີ່ໄດ້ຮັບອານຸຍາດ ສາມາດນຳໃຊ້ລົດຂົນສົ່ງສະທາລະນະ ຖ້າເຂົາເຈົ້າມີ QR Code ເພື່ອສະແກນເບິ່ງສະຖານະຂໍ້ມູນສຸຂະພາບ.

ປະຊາຊົນທີ່ເຮັດວຽກໃນສາຍການອຸປະກອນການແພດ ແລະ ເຄື່ອງໃຊ້ປະຈຳວັນແມ່ນໄດ້ຮັບອະນຸຍາດໃຫ້ກັບໄປເຮັດວຽກ, ອຸດສະຫະກຳອື່ນໆມີຜົນກະທົບຕໍ່ການສະໜອງທັ້ງໃນ ແລະ ນອກປະເທດແມ່ນສາມາດກັບມາເປີດໃຫ້ທຳການໄດ້.

ມາດຕະການປິດເມືອງທີ່ເຄັ່ງຄັດ ຍັງມີຜົນຢູ່ບາງພື້ນທີ່ໃນຈີນ, ເມືອງ ປັກກິ່ງກໍໄດ້ຍົກລະດັບມາດຕະການໃຫ້ເຄັ່ງຄັດຂຶ້ນ ຫຼັງມີກໍລະນີຕິດເຊື້ອເພີ່ມຂຶ້ນ 31 ກໍລະນີ ໃນວັນທີ 6 ເມສາທີ່ຜ່ານມາ, ຜູ້ໃດທີ່ຈະເດີນທາງເຂົ້າເມືອງແມ່ນຕ້ອງຜ່ານການກັກຕົວ (Quarantine) ແລະ ກວດສຸຂະພາບມາແລ້ວ.

ຮຽບຮຽງໂດຍ: ວະນິດາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...