spot_img
Home​ຂ່າວທ່ອງທ່ຽວເມືອງຫຼວງພະບາງໄດ້ຮັບລາງວັນສິ່ງແວດລ້ອມຍືນຍົງຂອງອາຊຽນ

ເມືອງຫຼວງພະບາງໄດ້ຮັບລາງວັນສິ່ງແວດລ້ອມຍືນຍົງຂອງອາຊຽນ

Published on

ເປັນອີກໜຶ່ງຄວາມພາກພູມໃຈຂອງຊາວລາວທຸກຖ້ວນໜ້າ ໂດຍສະເພາະຊາວຫຼວງພະບາງ ທີ່ປີນີ້ເມືອງຫຼວງພະບາງໄດ້ຮັບລາງວັນ “ສິ່ງແວດລ້ອມຍືນຍົງຂອງອາຊຽນ” ເຊິ່ງລາງວັນດັ່ງກ່າວຈະເດີນທາງມາຈາກປະເທດ ບຣູໄນ ຮອດສະໜາມບິນສາກົນຫຼວງພະບາງໃນຕອນບ່າຍຂອງວັນພະຫັດທີ 14 ກັນຍາ 2017 ທີ່ຈະມາຮອດນີ້

ທ່ານ ສົມດີ ພອນສະຫວັດ ຮອງປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງຫຼວງພະບາງ ແລະ ອົງການປົກຄອງເມືອງຫຼວງພະບາງຈະໄດ້ມີການຈດພິທີຕ້ອນຮັບລາງວັນສິ່ງແວດລ້ອມຍືນຍົງຂອງອາຊຽນ ຢ່າງຍິ່ງໃຫຍ່ ໂດຍຈະເລີ່ມແຫ່ຈາກສະໜາມບິນສາກົນຫຼວງພະບາງເຂົ້າຫາຕົວເມືອງ ຫຼັງຈາກນັ້ນຈະມີພິທີສູດມຸງຄຸນຢູ່ວັດຊຽງທອງ

ທ່ານ ນາງ ອິນຖາວອນ ພົມມະຈັນ ຮອງເຈົ້າເມືອງຫຼວງພະບາງ ໄດ້ຮຽກຮ້ອງໃຫ້ພະນັກງານ ທະຫານ ຕຳຫຼວດ ຕະຫຼອດຮອດປະຊາຊົນເຂົ້າຮ່ວມໃນພິທີຄັ້ງນີ້

ລາງວັນສິ່ງແວດລ້ອມຍືນຍົງຂອງອາຊຽນ ໄດ້ມີການມອບ-ຮັບມາແລ້ວ 4 ຄັ້ງ ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ ໂດຍເມືອງຫຼວງພະບາງ ໄດ້ຮັບລາງວັນດັ່ງກ່າວ 3 ຄັ້ງ ແລະ ເມືອງຊຳເໜືອໄດ້ຮັບ 1 ຄັ້ງ

ສຳລັບຕົວຊີ້ວັດຂອງລາງວັນດັ່ງກ່າວແມ່ນອີງໃສ່ 3  ເງື່ອນໄຂຄື: ຄຸນນະພາບດິນ, ຄຸນນະພາບນ້ຳ ແລະ ຄຸນນະພາບອາກາດ.

 

ແຫລ່ງຂ່າວຈາກ: tonamcha

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...