spot_img
Homeຂ່າວພາຍ​ໃນເມືອງຊຳເໜືອຈັດພິທີມອບສົ່ງຊາວໜຸ່ມເຂົ້າຮັບໃຊ້ພັນທະປ້ອງກັນຊາດ

ເມືອງຊຳເໜືອຈັດພິທີມອບສົ່ງຊາວໜຸ່ມເຂົ້າຮັບໃຊ້ພັນທະປ້ອງກັນຊາດ

Published on

ดาวน์โหลด (1)

ພິທີຈັດສົ່ງຊາວຫນຸ່ມ ຊາຍສະກັນທີ່ສະຫມັກໃຈ ເຂົ້າປະກອບສ່ວນຮັບໃຊ້ພັນ ທະປ້ອງກັນຊາດ ປະຈຳປີ 2013 ທົ່ວເມືອງຊຳເຫນືອ ແຂວງຫົວພັນ ໄດ້ຈັດຂຶ້ນໃນ ກາງເດືອນທັນວາ 2013 ຢູ່ທີ່ ກອງບັນຊາການທະຫານ ເມືອງຊຳເຫນືອ ໂດຍມີສະ ຫາຍພັນເອກ ວຽງພອນ ມະນີ ເດດ ກຳມະການພັກແຂວງ, ຫົວຫນ້າການທະຫານກອງ ບັນຊາການທະຫານແຂວງ ຫົວພັນ, ສະຫາຍນາງ ແພງ ກັນຍາພິມ ກຳມະການພັກ ແຂວງເຈົ້າເມືອງໆຊຳເຫນືອ, ມີພະແນກການທີ່ກ່ຽວຂ້ອງ, ນາຍ ແລະ ພົນທະຫານກອງ ບັນຊາການທະຫານເມືອງ, ອຳນາດການປົກຄອງ 12  ບ້ານທົ່ວເທດສະບານເມືອງ ຊຳເຫນືອເຂົ້າຮ່ວມ.
ຜ່ານການປຸກລະດົມຂົນ
ຂວາຍຊາວຫນຸ່ມຊາຍສະກັນ ເຂົ້າຮັບໃຊ້ພັນທະປ້ອງກັນ ຊາດກໍ່ເພື່ອປະຕິບັດຕາມກົດ ຫມາຍພັນທະປ້ອງກັນຊາດ ແລະ ລັດທະທຳມະນູນຂອງ ສປປ ລາວ ປະຈຳປີ 2013 ນີ້ ທົ່ວເມືອງຊຳເຫນືອ ແຂວງ ຫົວພັນໄດ້ມີຊາວຫນຸ່ມຊາຍ ສະກັນຈຳນວນ 50 ຄົນ ໄດ້ສະຫມັກໃຈເຂົ້າຮັບໃຊ້ ພັນທະປ້ອງກັນຊາດໃນຄັ້ງນີ້ ແລະ ໄດ້ຈັດພິທີມອບຂຶ້ນໃນ ວັນດັ່ງກ່າວໂດຍກ່າວມອບ ຊາວຫນຸ່ມພັນທະຈຳນວນ 50 ສະຫາຍຄັ້ງນີ້ໂດຍແມ່ນສະ ຫາຍນາງ ແພງ ກັນຍາພິມ ກຳມະການພັກແຂວງ, ເຈົ້າ ເມືອງໆຊຳເຫນືອ ແລະ ກ່າວ ຮັບໂດຍສະຫາຍພັນຕີ ຄຳ ເມືອງ ໂຄດວົງຄູນ ຮອງຫ້ອງ ເສນາທິການກອງບັນຊາການ ທະຫານແຂວງຫົວພັນ ແລ້ວ ນຳໄປມອບສົ່ງໃຫ້ໂຮງຮຽນ ການທະຫານທ້ອງຖິ່ນເພື່ອ ສຶກສາອົບຮົມຮ່ຳຮຽນວິຊາ ການທະຫານ ແລະ ກົດລະ ບຽບຕ່າງໆແລ້ວສືບຕໍ່ຊັບ ຊ້ອນປະກອບໃຫ້ແກ່ບັນດາ ກົມກອງຕ່າງໆທີ່ມີຄວາມຈຳ ເປັນ.
ຂ່າວຍັງໃຫ້ຮູ້ຕື່ມວ່າ: ໂອ ກາດດຽວກັນນີ້ສະຫາຍພັນຕີ ຄຳເມືອງ ໂຄດວົງຄູນ ຍັງໄດ້ ຜ່ານຂໍ້ຕົກລົງຂອງກອງບັນຊາ ການທະຫານແຂວງຫົວພັນ ວ່າດ້ວຍການມອບ-ຮັບທະ ຫານພັນທະຈຳນວນ 200 ສະ ຫາຍໃຫ້ສູນກາງ ແລະ ສະ ຫາຍຮ້ອຍເອກ ຫຼ້າວັນ ໄຊຍະ ເພັດ ຮອງພະແນກກຳລັງພົນ ກອງ“ກ 1”ຕາງຫນ້າກົມກຳ ລັງພົນກົມໃຫຍ່ເສນາທິການ ກອງທັບຂຶ້ນກ່າວຮັບ.

 

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...