spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເມຍບອກໄປຊື້ນົມໃຫ້ລູກແຕ່ບໍ່ມີເງິນ ເລີຍໄປຊີງຊັບຄົນຂີ່ລົດຈັກຕາມເສັ້ນທາງ

ເມຍບອກໄປຊື້ນົມໃຫ້ລູກແຕ່ບໍ່ມີເງິນ ເລີຍໄປຊີງຊັບຄົນຂີ່ລົດຈັກຕາມເສັ້ນທາງ

Published on

ອີງຕາມການລາຍງານຂອງ ປກສ ເມືອງໄຊເຊດຖາ ໃຫ້ຮູ້ວ່າ: ຜູ້ກ່ຽວຊື່ທ້າວ ດຳລົງ ອາຍຸ 30 ປີ ຢູ່ບ້ານໂນນສະຫວ່າງ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ຜູ້ກ່ຽວເປັນຄົນມີວຽກເຮັດງານທຳທົ່ວໄປ ແຕ່ເສບຢາບ້າທຸກມື້ມາຕັ້ງແຕ່ປີ 2001, ເສບມື້ລະ 2-3 ເມັດ; ຕໍ່ມາໄດ້ສ້າງຄອບຄົວມີລູກ, ຈົນມາຮອດວັນທີ 11 ຕຸລາ 2016 ເມຍຂອງຜູ້ກ່ຽວໄດ້ໂທຫາ ບອກໃຫ້ຊື້ນົມໄປໃຫ້ລູກ, ຜູ້ກ່ຽວຈຶ່ງໄປຂໍເບີກເງິນນຳຫົວໜ້າແຕ່ບໍ່ໄດ້, ເລີຍມີແນວຄິດຊອກດຶງກະເປົາ ແລະ ໄດ້ຢືມລົດນຳຄົນຢູ່ບ້ານດຽວກັນເພື່ອໄປເລາະຊອກດຶງກະເປົາ.
ພໍຂັບຂີ່ລົດໄປຮອດເຂດບ້ານໂຊກຄຳ ເມືອງໄຊເຊດຖາ ເວລາປະມານ 14:00 ໂມງ ພົບເຫັນຜູ້ຍິງຄົນໜຶ່ງຂັບລົດຈັກເວບ 100 ມາຄົນດຽວ ໂດຍມີກະເປົາເງິນວາງຢູ່ກະຕ່າລົດ ຈຶ່ງເປັນໂອກາດໃຫ້ຜູ້ກ່ຽວ ( ທ້າວ ດຳລົງ ) ລົງມືຊີງກະເປົາໜ່ວຍນັ້ນແລ້ວມຸ່ງໜ້າໄປທາງບ້ານຄຳສະຫວາດ, ແຕ່ຜູ້ຍິງຄົນດັ່ງກ່າວບໍ່ຍອມງ່າຍໆ, ຂັບລົດຈັກນຳໄປຕຳທ້າຍລົດຈັກຂອງທ້າວ ດຳລົງ ຈົນລົ້ມທັງສອງຄັນ ແລ້ວຄວ້າເອົາກະເປົາຂອງຕົນເອງແລ້ວແລ່ນໜີ, ທ້າວ ດຳລົງ ລຸກຂຶ້ນມາເອົາລົດຂອງຕົນເອງໄປເຊື່ອງໄວ້ແຄມທາງແລ້ວຍ່າງໄປເອົາລົດຂອງຜູ້ເສຍຫາຍ ແຕ່ໂຊກຮ້າຍລົດຄັນນັ້ນພັດເພ ຈຶ່ງຂັບໄປໃສບໍ່ໄດ້ຈຶ່ງໄດ້ເອົາໄປເຊື່ອງໄວ້ກັບລົດຂອງຕົນເອງຢູ່ແຄມທາງ ແລ້ວຍ່າງກັບເມືອເຮືອນ. ແຕ່ພໍກັບຮອດເຮືອນກໍມີເຈົ້າໜ້າທີ່ເຂົ້າຈັບກຸມຄາເຮືອນເລີຍ.
ຈາກຄະດີດັ່ງກ່າວນີ້ເປັນອຸດທາຫອນສອນວ່າ: ຖ້າຕັ້ງໃຈເຮັດວຽກຫາເງິນ, ປະຢັດມັດທະຍັດ ກໍຈະມີເງິນເກັບເງິນທ້ອນໄວ້ໃຊ້ໃນຍາມຈຳເປັນ, ບໍ່ແມ່ນຊິເອົາເງິນທີ່ຫາມາໄດ້ໄປໃຊ້ຈ່າຍກັບແນວບໍ່ເປັນຕາກິນ, ໂດຍສະເພາະກັບສິ່ງຜິດກົດໝາຍ, ເມື່ອເງິນໝົດແລ້ວໄປຊອກລັກເອົາຂອງຄົນອື່ນ, ແບບນີ້ກໍສົມຄວນຖືກລົງໂທດຕາມກົດໝາຍ.

ຂ່າວ: ໜັງສືພິມຄວາມສະຫງົບ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...