spot_img
Homeຂ່າວຕ່າງປະເທດເພື່ອມິດຕະພາບ! ດູເຕີເຕ ສັ່ງປ່ອຍຊາວປະມົງຫວຽດນາມ ກັບຄືນປະເທດ ຫລັງລ່ວງລ້ຳນ່ານນ້ຳ!

ເພື່ອມິດຕະພາບ! ດູເຕີເຕ ສັ່ງປ່ອຍຊາວປະມົງຫວຽດນາມ ກັບຄືນປະເທດ ຫລັງລ່ວງລ້ຳນ່ານນ້ຳ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ພະຈິກນີ້ວ່າ ທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີຟິລິບປິນ ໄດ້ມີຄຳສັ່ງໃຫ້ປ່ອຍຕົວ ຊາຍຊາວປະມົງຫວຽດນາມ ຈຳນວນ 17 ຄົນ ທີ່ຖືກເຈົ້າໜ້າທີ່ຟິລິບປິນຈັບກຸມຕົວ ເມື່ອວັນທີ 8 ກັນຍາທີ່ຜ່ານມາ ດ້ວຍຂໍ້ຫາລ່ວງລ້ຳນ່ານນ້ຳຂອງຟິລິບປິນ, ໃນພິທີປ່ອຍຕົວ ແລະ ສົ່ງຊາວປະມົງຫວຽດນາມກັບປະເທດ ທ່ານ ດູເຕີເຕ ໄດ້ໃຫ້ຄວາມສຳຄັນ ດ້ວຍການເດີນທາງມາສົ່ງດ້ວຍຕົນເອງ ຊຶ່ງເປັນທ່າທີ່ທີ່ສະແດງໃຫ້ເຫັນເຖິງ ຄວາມເອົາໃຈໃສ່ຕໍ່ການພົວພັນຮ່ວມມື ແລະ ມິດຕະພາບ ລະຫວ່າງ ຟິລິບປິນ ແລະ ຫວຽດນາມ.

ໃນພິທີກ່າວອຳລາ ທ່ານ ດູເຕີເຕ ໄດ້ກ່າວຕໍ່ນັກການທູດ ແລະ ເຈົ້າໜ້າທີ່ຂອງລັດວ່າ ທ່ານໄດ້ສັ່ງໃຫ້ມີການຖອນຂໍ້ກ່າວຫາ ຕໍ່ບັນດາຊາວປະມົງຫວຽດນາມກຸ່ມນີ້ ເນື່ອງຈາກຜົນການສືບສວນພົບວ່າ ທັງໝົດເດີນທາງເຂົ້ານ່ານນ້ຳຟິລິບປິນ ພຽງເພື່ອຫລີກລ່ຽງສະພາບອາກາດທີ່ຮຸນແຮງເທົ່ານັ້ນ.​

ທ່ານ ດູເຕີເຕ ຢືນໂບກມືອຳລາ ສົ່ງຊາວປະມົງຫວຽດນາມ ກັບຄືນປະເທດ
ທ່ານ ດູເຕີເຕ ຢືນໂບກມືອຳລາ ສົ່ງຊາວປະມົງຫວຽດນາມ ກັບຄືນປະເທດ

PHILIPPINES-VIETNAM-DUTERTE-DIPLOMACY

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...