spot_img
Homeຂ່າວຕ່າງປະເທດເພື່ອຄວາມຮັກສາມາດເຮັດໄດ້ທຸກຢ່າງ!! ຊາຍໜຸ່ມຍອມລົງທຶນສັກລາຍໃບແຕ່ງງານໃສ່ແຂນ!!

ເພື່ອຄວາມຮັກສາມາດເຮັດໄດ້ທຸກຢ່າງ!! ຊາຍໜຸ່ມຍອມລົງທຶນສັກລາຍໃບແຕ່ງງານໃສ່ແຂນ!!

Published on

ໃນວັນທີ 28 ມິຖຸນາ 2021 ທີ່ຜ່ານມາສໍານັກຂ່າວຕ່າງປະເທດໄດ້ລາຍງານຂ່າວວ່າໃນສື່ອອນລາຍໄດ້ມີກະແສແຊຣຮູບພາຍຄູ່ຮັກຄູ່ໜຶ່ງທີ່ໄດ້ສັກລາຍໃບແຕ່ງດອງໃສ່ແຂນເບື້ອງຂວາ ພ້ອມກັບປະກາດວ່າຕົນເອງມີຄອບຄົວແລ້ວ ເຮັດໃຫ້ພັນລະຍາຮູ້ສຶກດີເປັນທີ່ສຸດ.

ໂດຍເຫດຜົນທີ່ສັກລາຍໃບແຕ່ງດອງກໍຍ້ອນວ່າຊາຍໜຸ່ມຄົນດັ່ງກ່າວເປັນຄົນທີ່ມັກໃນການສັກລາຍ ເລີຍມີໄອເດຍທີ່ຈະສັກລາຍນີ້ໃສ່ແຂນ ເພາະຖ້າຫາກເກີດມີເຫດການຜິດຖຽງກັນກໍຈະເຮັດໃຫ້ຄໍານຶງເຖິງຕອນທໍາອິດທີ່ຮັກກັນກັນ ແລະ ໃນອະນາຄົດຈະສັກຮູບພັນລະຍາ ແລະ ລູກຂອງຕົນໃສ່ໜ້າເອິກອີກດ້ວຍ.

ຈາກກະແສດັ່ງກ່າວເຮັດໃຫ້ໝູ່ເພື່ອນຄົນຮູ້ຈັກຕ່າງກໍມາຄອມເມັ້ນເພື່ອສະແດງຄວາມຄິດເຫັນວ່າເປັນຄົນໃຈກ້າຫຼາຍ ແລະ ຫຼາຍຄົນກໍຍັງຖາມວ່າໄປສັກຢູ່ໃສເຖິງໄດ້ງາມປານນີ້ ເຊິ່ງຊາຍໜຸ່ມດັ່ງກ່າວກໍໄດ້ບອກສະຖານທີ່ດັ່ງກ່າວທີ່ຕົນເອງໄດ້ໄປສັກ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...