spot_img
Homeຂ່າວພາຍ​ໃນເພີ່ມທະວີມາດຕະການ ເພື່ອສະກັດກັ້ນການລະບາດໃນຊຸມຊົນ

ເພີ່ມທະວີມາດຕະການ ເພື່ອສະກັດກັ້ນການລະບາດໃນຊຸມຊົນ

Published on

ຍ້ອນການແຜ່ລະບາດຂອງໂຄວິດ-19 ໃນຊຸມຊົນຂອງລາວຍັງມີຄວາມສ່ຽງສູງ ທັງຈັດຢູ່ໃນລະດັບການລະບາດຮ້າຍແຮງຂັ້ນ 1, ນາຍົກລັດຖະມົນຕີຈິ່ງໄດ້ອອກແຈ້ງການວ່າດ້ວຍ ສືບຕໍ່ປະຕິບັດມາດຕະການ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.

 

ມາດຕະການໃນການຈັດຕັ້ງປະຕິບັດເພື່ອຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃນປະເທດ ໄດ້ແກ່: ສຸມໃສ່ການສັກວັກຊີນໃຫ້ບັນດາເປົ້າໝາຍຕ່າງໆ, ທັງສືບຕໍ່ປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະດ່ານປະເພນີ ຍົກເວັ້ນລົດຂົນສົ່ງສິນຄ້າ ແລະຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ. ພ້ອມກັນນັ້ນ, ກໍສືບຕໍ່ປິດກິດຈະກຳຮ້ານບັນເທີງຕ່າງໆ, ໂຮງສາຍຮູບເງົາ, ອິນເຕີເນັດຄາເຟ່, ຮ້ານສະໜຸກເກີ້, ສວນອາຫານ, ຮ້ານນວດ, ສະປາ ແລະສະຖານທີ່ອື່ນໆທີ່ມີການສຳຜັດໃກ້ຊິດກັນເປັນຈຳນວນຫຼາຍ, ສຳລັບເຂດລະບາດຊຸມຊົນແມ່ນໃຫ້ເລື່ອນການເປີດສົກຮຽນໃນທຸກຊັ້ນຮຽນ ສາມາດເປີດໄດ້ສະເພາະທີ່ບໍ່ແມ່ນເຂດແດງ ພ້ອມປິດການສັນຈອນໃນນະຄອນຫຼວງວຽງຈັນນັບແຕ່ເວລາ 22:00 ໂມງ ຫາ 5:00 ໂມງເຊົ້າ.

ສືບຕໍ່ອະນຸຍາດໃຫ້ເປີດຮ້ານຄ້າຕ່າງໆ ລວມທັງຮ້ານຕັດຜົມ ແລະ ເສີມຄວາມງາມ ແຕ່ບໍລິການສະເພາະຕັດແຕ່ງຊົງຜົມເທົ່ານັ້ນ, ທັງອະນຸຍາດໃຫ້ເປີດຮ້ານອາຫານ, ໂຮງຈັກໂຮງງານມ ນຳໃຊ້ເຮືອຫາປາ, ເດີນທາງພາຍໃນປະເທດ ແລະອື່ນໆ ແຕ່ຕ້ອງປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ທາງຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ.

ມາດຕະການດັ່ງກ່າວເລີ່ມມີການຈັດຕັ້ງປະຕິບັດນັບແຕ່ວັນທີ 1 ກັນຍາ ເຖິງ 15 ກັນຍາ 2021

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...