spot_img
HomeຊີວິດແລະຄວາມຮັກWedding-Sex-loveເຜີຍ 4 ປັດໄຈທີ່ເຮັດໃຫ້ແມ່ຍິງມີຄວາມຕ້ອງການທາງເພດຫຼຸດລົງຫຼັງແຕ່ງງານ

ເຜີຍ 4 ປັດໄຈທີ່ເຮັດໃຫ້ແມ່ຍິງມີຄວາມຕ້ອງການທາງເພດຫຼຸດລົງຫຼັງແຕ່ງງານ

Published on

ແມ່ຍິງຈະເປັນເພດທີ່ມີຄວາມລະອຽດອ່ອນໃນເລື່ອງຂອງຄວາມຮັກ ແລະ ເລື່ອງເພດ ໂດຍສະເພາະແລ້ວແມ່ນເລື່ອງເຊັກສ໌ຫຼັງແຕ່ງງານ ເຊິ່ງມີຜົນການວິໄຈຈາກມະຫາວິທະຍາໄລ University of Pittsburgh ສະຫະລັດອາເມລິກາ ເຜີຍຂໍ້ມູນວ່າ ຫຼັງແຕ່ງງານແລ້ວແມ່ຍິງຈະມີຄວາມຕ້ອງການທາງເພດຫຼຸດລົງ ຫຼື ຖ້າຈະມີກິດຈະກຳເທິງຕຽງກັບຄົນຮັກແມ່ນຈະເນັ້ນທີ່ຄຸນນະພາບຫຼາຍກວ່າ ປະລິມານຈຳນວນຄັ້ງ ເຊິ່ງປັດໄຈຫຼັກທີ່ເຮັດໃຫ້ແມ່ຍິງມີຄວາມຕ້ອງການທາງເພດຫຼຸດລົງຫຼັງແຕ່ງງານມີດັ່ງນີ້:

  1. ມີເລື່ອງອື່ນເຂົ້າມາໃຫ້ຄິດຫຼາຍກວ່າເລື່ອງແບບນັ້ນ ເພາະແຕ່ງງານແລ້ວກໍ່ຕ້ອງມີຄວາມຮັບຜິດຊອບຫຼາຍຂຶ້ນກວ່າຕອນເປັນໂສດ
  2. ຂາດຄວາມຕື່ນເຕັ້ນເລົ້າໃຈ ອາດເປັນເພາະມັນເປັນເລື່ອງທີ່ເຮັດເປັນປະຈຳຢູ່ແລ້ວ ຈິ່ງບໍ່ມີສິ່ງແປກໃໝ່ມາກະຕຸ້ນອາລົມທາງເພດເພີ່ມເຕີມ
  3. ສຸຂະພາບທາງເພດຂອງທັງສອງຝ່າຍ ຫຼື ຝ່າຍໃດຝ່າຍໜຶ່ງເກີດມີບັນຫາ
  4. ຍ້ອນໄວອາຍຸທີ່ເພີ່ມຂຶ້ນ ຄວາມຕ້ອງການທາງເພດຈິ່ງຫຼຸດລົງ

ບັນຫາທີ່ກ່າວມາຂ້າງເທິງນີ້ເປັນພຽງປັດໄຈເບື້ອງຕົ້ນທີ່ບົ່ງບອກໃຫ້ຜູ້ຊາຍໄດ້ຮູ້ເຖິງເຫດຜົນວ່າ ຫຼັງແຕ່ງງານແລ້ວເປັນຫຍັງແມ່ຍິງຈິ່ງບໍ່ຫ້າວໃນເລື່ອງເຊັກສ໌ ຄືຕອນທີ່ຍັງບໍ່ທັນແຕ່ງງານກັນ ເມື່ອຮູ້ແບບນີ້ແລ້ວຖ້າຄູ່ໃດກຳລັງພົບກັບບັນຫາແບບນີ້ກໍ່ລອງປຶກສາກັນ ແລະ ຫາວິທີທາງແກ້ໄຂຊ່ວຍກັນ ເພື່ອໃຫ້ຊີວິດຮັກສົດໃສມີຊີວິດຊີວາຄືກັນຕອນຄົບກັນໃໝ່ໆ

ຂໍ້ມູນຈາກ: http://wedding.kapook.com/
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...