spot_img
Homeຂ່າວຕ່າງປະເທດເຜີຍການຄົ້ນພົບຄັ້ງສຳຄັນ ພົບດາວເຄາະຄ້າຍຄືໂລກໃນລະບົບດາວໃກ້ທີ່ສຸດ 4.2 ປີແສງ

ເຜີຍການຄົ້ນພົບຄັ້ງສຳຄັນ ພົບດາວເຄາະຄ້າຍຄືໂລກໃນລະບົບດາວໃກ້ທີ່ສຸດ 4.2 ປີແສງ

Published on

ນັກວິທະຍາດສາດເຜີຍ ການຄົ້ນພົບຄັ້ງສຳຄັນ ພົບດາວເຄາະຄ້າຍຄືໂລກ ໂຄຈອນຮອບດາວ ທີ່ໃກ້ດວງອາທິດທີ່ສຸດ ຫ່າງອອກໄປພຽງແຕ່ 4.2 ປີ ແສງເທົ່ານັ້ນ

ອີງຕາມການລາຍງານຂອງສໍານັກຂ່າວຂອງຕ່າງປະເທດ ໃນວັນທີ 24 ສິງຫາ 2016 ເຜີຍການຄົ້ນພົບຄັ້ງສໍາຄັນຂອງວົງການດາລາສາດ ເມື່ອນັກວິທະຍາສາດໄດ້ຢືນຢັນ ການມີຢູ່ແທ້ຂອງດາວເຄາະຫີນໃນລະບົບ Alpha Centauri  ເຊິ່ງເປັນລະບົບດາວທີ່ຢູ່ໃກ້ທີ່ສຸດຂອງເຮົາ ແຖມດາວເຄາະດວງນີ້ຍັງຢູ່ໃນເຂດອາໄສໄດ້ (habitable zone) ອີກດ້ວຍ, ຈຶ່ງເປັນຕາລຸ້ນວ່າໂລກໃບທີ 2 ນັ້ນອາດຢູ່ໃກ້ເຮົາຫຼາຍກວ່າທີ່ຄິດ

This artist’s impression shows a view of the surface of the planet Proxima b orbiting the red dwarf star Proxima Centauri, the closest star to the Solar System. The double star Alpha Centauri AB also appears in the image to the upper-right of Proxima itself. Proxima b is a little more massive than the Earth and orbits in the habitable zone around Proxima Centauri, where the temperature is suitable for liquid water to exist on its surface.

ດາວເຄາະດວງນີ້ຊື່ວ່າ: Proxima B ມີຂະໜາດໃຫຍ່ກວ່າໂລກຢ່າງໜ້ອຍ 1.3 ເທົ່າ ໂຄຈອນຮອບດາວແຄຣະແດງ Proxima Centauri ໃນລະບົບດາວສາມດວງ Alphan Centauri ເຊິ່ງເປັນລະບົບດາວໝູ່ທີ່ໃກ້ທີ່ສຸດ ຢູ່ຫ່າງອອກໄປພຽງ 4.2 ປີແສງເທົ່ານັ້ນ ໂດຍ Proxima B ໃຊ້ເວລາ 11.2 ວັນ ໃນການໂຄຈອນດາວແມ່ 1 ຮອບ

ຈາກການວິເຄາະຕຳແໜ່ງ ການໂຄຈອນຂອງດາວ ນັກວິທະຍາສາດພົບວ່າ Proxima B ຢູ່ໃນເຂດອາໄສໄດ້ ນັ້ນໝາຍຄວາມວ່າມີຄວາມເປັນໄປໄດ້ ອາດມີນໍ້າເທິງດາວ ແລະອາດມີສິ່ງທີ່ມີຊີວິດ. ທັງນີ້ ນັກວິທະຍາສາດເຜີຍວ່າ ການພົບວ່າ Proxima B ມີຢູ່ແທ້ ແລະຢູ່ໃກ້ເຮົາເທົ່ານີ້ ນັບວ່າເປັນຂ່າວດີຫຼາຍ ແລະມັນບໍ່ໄດ້ເປັນຂ່າວດີທີ່ເຮົາໄດ້ພົບດາວໃໝ່ເທົ່ານັ້ນ ແຕ່ຍັງເປັນຂ່າວດີ ບ່ອນທີ່ມັນເຮັດໃຫ້ການສຳຫຼວດດາວເຄາະໃນເຂດອາໄສໄດ້ນອກຈາກລະບົບສຸລິຍະນັ້ນຢູ່ໃກ້ເທົ່ານີ້ ການສົ່ງຍານໄປສຳຫຼວດດາວດວງນີ້ອາດຈະເປັນໄປໄດ້ໃນອີກປະມານ 100 ປີຂ້າງໜ້າ

ທີ່ມາ: kapook

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...