ເປີດໃຫ້ໃຊ້ບໍລິການແລ້ວ ລົດຮັບ-ສົ່ງ ຄົນພິການ ໃນນະຄອນຫຼວງວຽງຈັນ

ປັດຈຸບັນນີ້ ການພັດທະນາວຽກງານຄົນພິການໃນ ສ ປປ ລາວ ໄດ້ມີການພັດທະນາຂຶ້ນເທື່ອລະກ້າວ ໂດຍສະເພາະທາງ ສະມາຄົມຄົນພິການແຫ່ງຊາດລາວ ໄດ້ເບິ່ງເຫັນເຖິງ ຄວາມປອດໄພ ແລະ ເພີ່ມຄວາມສະດວກໃນການເດີນ ທາງໄປມາ ຂອງຄົນພິການ ລາວເຮົາ ຈຶ່ງໄດ້ຈັດຕັ້ງປະຕິບັດ ໂຄງການລົດຮັບ-ສົ່ງ ຄົນພິການນີ້ຂື້ນມາ ໂດຍໄດ້ຮັບການສະຫນັບສະຫນຸນທືນຈາກ ສູນ Siloam ສຳລັບຄົນພິການຕາ ແລະ ສະຖາບັນພັດທະນາຄົນພິການ ຂອງເກົາຫຼີ.

ຖ້າຄົນພິການ ທ່ານໃດສົນໃຈໃຊ້ບໍລິການ ເບິ່ງລາຍລະອຽດ ຕາມໃບໂຄສະນານີ້ ຫຼື ຢາກຮູ້ລາຍລະອຽດເພີ່ມຕື່ມໂທສອບຖາມໄດ້ທີ່: 030 5016777

3836

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!