spot_img
Homeຂ່າວພາຍ​ໃນເທສະການດອກງິ້ວບານ ສົ່ງເສີມການທ່ອງທ່ຽວແບບຍືນຍົງ

ເທສະການດອກງິ້ວບານ ສົ່ງເສີມການທ່ອງທ່ຽວແບບຍືນຍົງ

Published on

ພິທີ​ເປີດ​ເທ​ສະການ​ດອກງິ້ວບານ ​ໃນ​ວັນ​ທີ 10 ກຸມພາ 2017 ໂດຍ​ເຂົ້າ​ຮ່ວມ​ຂອງທ່ານ ຈູມມາລີ ໄຊ​ຍະ​ສອນ ອະດີດ​ປະທານປະເທດ ທ່ານ ຄຳ​ພັນ ເຜີຍ​ຍະ​ວົງ ທ່ານ ຈ້າວ​ເຫວີຍ ແລະ ຕາງໜ້າ​ຈາກ​ບັນດາ​ແຂວງ​ໃກ້​ຄຽງ ບັນດາ​ແຂວງ​ຂອງໄທ ມຽນ​ມາ ຫວຽດນາມ ພ້ອມ​ພາກສ່ວນ​ກ່ຽວຂ້ອງ ແລະ ມວນ​ຊົນ. ເຊິ່ງທາງອົງການ​ປົກຄອງ​ແຂວງ​ບໍ່​ແກ້ວ ຮ່ວມ​ກັບ​ເຂດ​ເສດຖະກິດ​ພິເສດສາມຫຼ່ຽມ​ຄຳ ແລະ ເມືອງ​ຕົ້ນເຜິ້ງ ໄດ້ຈັດ​ເທ​ສະການ​ດອກ​ງິ້ວ​ບານ ຄັ້ງ​ທີ 17 ເພື່ອ​ສົ່ງເສີມ​ການ​ທ່ອງທ່ຽວ ທັງ​ຢູ່​ໃນ​ໄລຍະ​ກະກຽມ​ສະເຫຼີມ​ສະຫຼອງ​ແຂວງ​ບໍ່​ແກ້ວ ຄົບຮອບ 35 ປີ ພິເສດ​ການ​ຈັດ​ງານຄັ້ງ​ນີ້ ຍັງ​ໄດ້​ເຊີນ​ສະຖານີ​ໂທລະພາບ​ແຂວງ​ເຮີ​ໜານ ​ສປ ຈີນ ຈັດການ​ແຂ່ງຂັນ​ຊົກມວຍ ວຸ​ຫຼິນ​ເຟິງ ແລະ ການ​ແຂ່ງຂັນ​ຊົນ​ງົວ ແຂ່ງມ້າ ເພື່ອ​ໃຫ້​ແຂກ ແລະ ມວນຊົນ​ທີ່​ເຂົ້າ​ມາ​ຮ່ວມ​ງານ​ໄດ້​ຮັບ​ຊົມ ເຊິ່ງ​ເທສະ​ການ​ຄັ້ງ​ນີ້ ຈັດ​ຂຶ້ນ​ແຕ່​ວັນທີ 10-12 ກຸມພາ​ນີ້.

37b5748633dcf9dd2c9dc18e07b85cc4

ທ່ານ ຄຳ​ພັນ ເຜີຍ​ຍະ​ວົງ ເຈົ້າແຂວງ​ບໍ່​ແກ້ວ ກ່າວ​ວ່າ: ເທສະການ​ດອກ​ງິ້ວ​ບານ ຈັດ​ຂຶ້ນເພື່ອ​ປົກ​ປັກ​ຮັກສາ ແລະ ເສີມ​ຂະຫຍາຍ​ຮີດຄອງ​ປະເພນີ​ຂອງ​ຊາວເມືອງ​ຕົ້ນ​ເຜິ້ງ ກໍ່​ຄື​ຊາວ​ແຂວງ​ບໍ່ແກ້ວ ທີ່​ເຄີຍ​ປະຕິບັດ​ກັນ​ມາ​ຕະຫຼອດ​ໄລຍະ​ຜ່ານ​ມາ ພ້ອມ​ນັ້ນ ຍັງ​ເປັນ​ການ​ຊຸກຍູ້​ສົ່ງເສີມ​ການທ່ອງ​ທ່ຽວ ແລະ ການ​ຜະລິດ​ສິນຄ້າ​ຂອງ​ປະຊາຊົນ ໃຫ້​ເປັນ​ຂະບວນ​ຟົດຟື້ນ ນັບ​ມື້​ເພີ່ມ​ຂຶ້ນເລື້ອຍໆ ແລະ ຍັງ​ເປັນ​ປີ​ທີ່​ແຂວງບໍ່​ແກ້ວ​ ສຸມ​ໃສ່​ພັດທະນາ​ພື້ນຖານໂຄງ​ລ່າງ ເຮັດ​ໃຫ້​ເປັນ​ສູນ​ກາງທາງ​ດ້ານ​ການທ່ອງທ່ຽວ ໂດຍແນໃສ່​ຊຸກຍູ້​ສົ່ງເສີມ​ການ​ທ່ອງທ່ຽວ​ແບບ​ຍືນ​ຍົງກັບ​ບັນດາແຂວງ ແລະ ບັນດາ​ປະເທດ​ໃກ້ຄຽງ​ກັບ​ພາກ​ພື້ນ​ໃຫ້​ນັບ​ມື້​ກວ້າງຂວາງ.

ການ​ຈັດ​ງານ​ໃນ​ເທື່ອ​ນີ້ ປະກອບ​ມີ​ຫຼາຍ​ກິດຈະກຳ ເຊັ່ນ: ການ​ຄັດ​ເລືອກ​ນາງ​ສາວດອກ​ງິ້ວບານ ການສະແດງ​ຊຸດ​ຊົນເຜົ່າ 13 ຊົນເຜົ່າຂອງ​ແຂວງ​ບໍ່​ແກ້ວ ການສະແດງ​ສິລະ​ປະ​ວັນນະຄະດີ ທີ່​ປະກອບ​ມີ​ນັກ​ຮ້ອງ​ຈາກ​ສູນກາງ ຄະນະ​ສິລະ​ປະ​ຂອງ​ແຂວງບໍ່​ແກ້ວ ນອກ​ນັ້ນຍັງ​ມີ​ຄະນະ​ສິລະ​ປະ​ຈາກ​ແຂວງ​ສີບ​ສອງ​ພັນນາ ​ສປ ຈີນ ໄທ ແລະ ມຽນ​ມາ ລວມ​ທັງ​ໝົດ 13 ຄະນະ ມີ​ການວາງສະແດງ ແລະ ຈຳໜ່າຍ​ສິນຄ້າ​ນຳ​ອີກ.

ແຫຼ່ງຂ່າວ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...