spot_img
Homeລົດຍົນ-ຍານພາຫະນະເປີດໂຕ ລົດໂຕໂຍຕ້າ ຟໍຈຸນເນີ້ລຸ້ນໃໝ່

ເປີດໂຕ ລົດໂຕໂຍຕ້າ ຟໍຈຸນເນີ້ລຸ້ນໃໝ່

Published on

ບໍລິສັດໂຕໂຍຕ້າ ມໍເຕີ້ ປະເທດໄທ ຈຳກັດ ແລະ ຕົວແທນຈຳໜ່າຍ ໂຕໂຍຕ້າ ໄດ້ຈັດງານເປີດໂຕລົດ ໂຕໂຍຕ້າ ຟໍຈຸນເນີ້ All New Fortuner New Legend of the pride ຢ່າງເປັນທາງການ ໃນວັນທີ 25 ມີນາ ນີ້, ທີນະຄອນຫລວງວຽງຈັນ ເຊິ່ງມີບັນດາແຂກ ແລະ ຜູ້ທີຮັກລົດ ເຂົ້າຮ່ວມຢ່າງຫລວງຫລາຍ.

ລົດໂຕໂຍຕ້າຟໍຈຸນເນີ້ ເປັນລົດອະເນກປະສົງ ທີ່ມີ 2 ລຸ້ນ ຄື: ລຸ້ນທີ 1 ໃນປີ 2005 ແລະ ລຸ້ນທີ 2 ໃນປີ 2016 ເປັນລຸ້ນໃໝ່ຫລ້າສຸດ ທີ່ໄດ້ຮັບການພັດທະນາ ໃຫ້ເປັນລົດຍົນຕະກຳ ທີ່ເໜືອຊັ້ນກວ່າທຸກຂໍ້ຈຳກັດ ແຫ່ງການຂັບຂີ່ ພ້ອມຕອບສະໜອງ ຄວາມຕ້ອງການຂອງລູກຄ້າ ໄດ້ຢ່າງເໜືອຄວາມຄາດໝາຍ ດ້ວຍສະມັດຖະພາບການຂັບຂີ່ ທີ່ປະຢັດນ້ຳມັນ, ປະໂຫຍດໃຊ້ສອຍທີ່ຄຸ້ມຄ່າ, ຮູບລັກແຂງແກ່ນ, ມີຫ້ອງໂດຍສານ ຂະໜາດໃຫຍ່ກວ້າງສະບາຍ, ເຄື່ອງຈັກເຮັດວຽກດີ, ໄອເສຍຕ່ຳ ເປັນມິດກັບສິ່ງແວດລ້ອມ. ມີໃຫ້ເລືອກທັງໝົດ 8 ສີ ພ້ອມໃຫ້ທ່ານ ໄດ້ເປັນເຈົ້າຂອງ ດ້ວຍລາຄາເລີ່ມຕົ້ນ 53,400 USD. ສາມາດສອບຖາມລາຍລະອຽດ ແລະ ສັ່ງຈອງໄດ້ ທີ່ສູນຈຳໜ່າຍໂຕໂຍຕ້າ ຢ່າງເປັນທາງການ 8 ແຫ່ງທົ່ວປະເທດ.

 

ແຫລ່ງຂ່າວຈາກ: Pathedlao Lao

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...