ເປີດໂຕລຽນຕິດ!! Honor Pad 2 ແລະ Honor Watch S1 ໂທລະສັບ ແລະໂມງລຸ້ນໃໝ່ 

0
1827

​ຈາກຂ່າວກ່ອນໜ້າທີ່ລາຍງານໄປວ່າ Huawei ໄດ້ເປີດໂຕສິນຄ້າໃໝ່ຂອງແບຣນລູກແບບ Honor ໄປນັ້ນກໍຄື: Honor 6X. ແຕ່ຕອນນີ້ກໍຍັງມີອີກ 2 ສິນຄ້າໃໝ່ທີ່ທາງບໍລິສັດນຳສະເໜີຄື: Honor Pad 2 ແລະ Watch S1. ໂດຍຢ່າງທຳອິດນັ້ນແມ່ນແທັບເລັດຂະໜາດ 8 ນິ້ວ, ທີ່ຖືວ່າຈັດສະເປັກມາໄດ້ເກືອບໂອເຄ (ຖ້າບໍ່ຕິດຢູ່ທີ່ CPU) ແຕ່ກໍຖືວ່າສາມາດໃຊ້ງານໄດ້ປົກກະຕິທຳມະດາ.

ໃນສ່ວນຂອງ Honor Watch S1 ນີ້ຖືວ່າເປັນໂມງສຳລັບໃສ່ໃນການອອກກຳລັງກາຍ ໜ້າປັດເປັນຮູບແບບວົງມົນ ແລະສາຍຂະໜາດ 18 ມມ, ເຊິ່ງໜັກພຽງ 35 ກຣາມ, ສາມາດກັນນ້ຳໄດ້ 50 ແມັດເປັນຕົ້ນ. ທາງດ້ານຄຸນສົມບັດແບບວັດອັດຕາການເຕັ້ນຫົວໃຈ, ການແຈ້ງເຕືອນສຳລັບສາຍໂທເຂົ້າ, ຂໍ້ຄວາມ ແລະການແຈ້ງເຕືອນເມື່ອເຊື່ອມຕໍ່ກັບໂທລະສັບ ຖືວ່າໃຫ້ມາຄົບ. ໂດຍຍັງໄດ້ອ້າງອີກວ່າສາມາດໃຊ້ງານໄດ້ເຖິງ 6 ມື້ຕໍ່ການສາກ 1 ຮອບອີກນຳ.

ສຳລັບສະເປັກຂອງ Honor Pad 2 ມີດັ່ງນີ້:


  • ໜ້າຈໍ: IPS ຂະໜາດ 8 ນິ້ວ, (1920 × 1200 ພິກເຊວ), 16:10 
  • CPU: Octa-core Qualcomm Snapdragon 616 (MSM8939) (4×1.5GHz + 4×1.2GHz) 
  • GPU: Adreno 405 GPU
  • RAM: 3GB RAM, 
  • ROM: 16GB /32GB ເພີ່ມ microSD ໄດ້ 128GB 
  • ລະບົບ: Android 6.0 (Marshmallow) ພ້ອມ Emotion UI 4.1
  • ກ້ອງຫຼັງ: 8 ລ້ານພິກເຊວ ພ້ອມແຟລັດ LED, f/2.0
  • ກ້ອງໜ້າ: 2 ລ້ານພິກເຊວ
  • ການເຊື່ອມຕໍ່: 4G LTE (with voice calling), Wi-Fi b/g/n, Bluetooth 4.1, GPS / GLONASS
  • ແບັດເຕີຣີ: 4800mAh

ສຳລັບ Honor Pad 2 ແມ່ນມີພຽງ 2 ສີໃຫ້ເລືອກຄື: ສີຄຳແລະສີຂາວ. ສ່ວນລາຄາເປີດໂຕມີດັ່ງນີ້:

  • ສຳລັບ Honor Pad 2 ລຸ້ນ WiFi, RAM 3GB + 16GB ລາຄາ 999 ຢວນ (1.200.000 ກີບ)
  • ສຳລັບ Honor Pad 2 ລຸ້ນ WiFi, RAM 3GB + 32GB ລາຄາ 1299 ຢວນ (1.570.000 ກີບ)
  • ສຳລັບ Honor Pad 2 ລຸ້ນ 4G, RAM 3GB + 16GB ລາຄາ 1499 ຢວນ (1.810.000 ກີບ)

ສ່ວນ Honor Watch S1 ແມ່ນມາພ້ອມສາຍສີສົ້ມ, ສີດຳ ແລະສີຟ້າ ໂດຍມີລາຄາເລີ່ມຕົ້ນທີ່ 699 ຢວນ (845.000 ກີບ). ເຊິ່ງທັງສອງເຄື່ອງນີ້ແມ່ນຈະເປີດໃຫ້ສັ່ງຈອງໃນວັນທີ 19 ແລະຈະວາງຂາຍໃນປະເທດຈີນວັນທີ 25 ຕຸລານີ້. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: fonearena