spot_img
Homeຂ່າວພາຍ​ໃນເປີດສົກຮຽນໃໝ່ປີນີ້ ອຸປະກອນ ແລະ ເຄື່ອງແບບນັກຮຽນມີລາຄາແພງຂຶ້ນເລັກໜ້ອຍ

ເປີດສົກຮຽນໃໝ່ປີນີ້ ອຸປະກອນ ແລະ ເຄື່ອງແບບນັກຮຽນມີລາຄາແພງຂຶ້ນເລັກໜ້ອຍ

Published on

 

ຕາມການລົງສຳຫລວດຕະຫລາດຂາຍເຄື່ອງອຸປະກອນການສຶກສາ ແລະ ເຄື່ອງແບບນັກຮຽນໃນນະຄອນຫລວງ

ວຽງຈັນຂອງນັກຂ່າວລາວພັດທະນາພວກເຮົາ, ໂດຍສັງເກດເຫັນວ່າສິນຄ້າດັ່ງກ່າວມີລາຄາແພງຂຶ້ນເລັກໜ້ອຍ

ເມື່ອທຽບໃສ່ປີຜ່ານມາ, ແຕ່ກໍຍັງຢູ່ໃນເກນປົກກະຕິ ເມື່ອທຽບກັບສິນຄ້າໃຊ້ສອຍອື່ນໆ ແລະ ກໍສາມາດຕອບສະ

ຫນອງພຽງພໍກັບຄວາມຕ້ອງການຂອງສັງຄົມໄດ້ເປັນຢ່າງດີ ແລະ ບໍພຽງແຕ່ຢູ່ນະຄອນຫລວງວຽງຈັນເທົານັ້ນ,

ຜູ້ປະກອບການທຸລະກິດດັ່ງກ່າວ ຍັງສາມາດຈຳຫນ່າຍອອກໄປຍັງເຂດແຂວງຕ່າງໆໄດ້ຢ່າງພຽງພໍຄື: ເສື້ອນັກຮຽນ

ຜືນຫນຶ່ງຈະມີລາຄາແຕ່ 35-40 ພັນກີບ, ເພີ່ມຂຶ້ນຈາກປີຜ່ານມາປະມານ 5-6 ພັນກີບ, ສ່ວນປຶ້ມຂຽນໂຫລຫນຶ່ງ

ມີລາຄາແຕ່ 20-45 ພັນກີບຕາມແຕ່ລະຊະນິດ ແລະ ຄຸນນະພາບຂອງມັນ, ສ່ວນປຶ້ມຕຳລາຮຽນແຕ່ຊັ້ນປະຖົມ

ຮອດມັດທະຍົມຕົ້ນແລະປາຍມີລາຄາແຕ່ 15-25 ພັນກີບຕໍ່ເຫລັ້ມ ເຊຶ່ງນອນໃນເກນປົກກະຕິ.

 

ເວົ້າລວມແລ້ວບັນຍາກາດການຊື້-ຂາຍອຸປະກອນການສຶກສາປີນີ້ແມ່ນຢູ່ໃນສະພາບດີ ແລະ ພ້ອມນັ້ນການຕອບ

ສະໜອງອຸປະກອນການຮຽນການສອນຂອງເບື້ອງລັດໃຫ້ໂຮງຮຽນຕ່າງໆ ກໍສະດວກສະບາຍກ່ວາເກົ່າ, ເນື່ອງຈາກ

ວ່າປັດຈຸບັນສັງຄົມໄດ້ເບິ່ງເຫັນຄວາມສຳຄັນຂອງການສຶກສາຫລາຍຂຶ້ນ ແລະ ກໍໄດ້ຫັນມາມີສ່ວນຮ່ວມໃນວຽກ

ງານດັ່ງກ່າວນັບມື້ຫລວງຫລາຍເຊັ່ນ: ໂຮງຮຽນເອກະຊົນຫລາຍແຫ່ງໄດ້ຮັບການກໍ່ສ້າງຂຶ້ນ. ພ້ອມນັ້ນ, ກໍມີຫລາຍ

ຫົວຫນ່ວຍເສດຖະກິດໄດ້ໃຫ້ທຶນສະຫນັບສະຫນູນວຽກງານນີ້ມີຫລາຍຂຶ້ນ ນັບທັງຊ່ວຍເຫລືອກໍ່ສ້າງສ້ອມແປງ

ຫ້ອງຮຽນ, ການຊ່ວຍເຫລືອຈັດພິມປຶ້ມຕຳລາຮຽນຕ່າງໆກໍມີຫລາຍ ແລະ ໄດ້ກາຍເປັນປັດໃຈສຳຄັນເພື່ອກະຕຸກ

ຊຸກຍູ້ການສຶກສາລາວເຮົາ ມີຄຸນນະພາບສູງຂຶ້ນ.

 

ແຫຼ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...