spot_img
Homeຂ່າວພາຍ​ໃນເປີດວາງສະແດງສິນຄ້າ ODOP-OTOP ນະຄອນຫລວງວຽງຈັນ - ໜອງຄາຍ ຄັ້ງທີ III ຢູ່ໄອເຕັກມໍ

ເປີດວາງສະແດງສິນຄ້າ ODOP-OTOP ນະຄອນຫລວງວຽງຈັນ – ໜອງຄາຍ ຄັ້ງທີ III ຢູ່ໄອເຕັກມໍ

Published on

ງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ODOP-OTOP ນະຄອນຫຼວງວຽງຈັນ ແລະ ແຂວງໜອງຄາຍ ປະເທດໄທ ຈັດຂຶ້ນລະຫວ່າງ 26 ມີນາ-4 ເມສາ 2016 ທີ່ສູນການຄ້າໄອເຕັກມໍ ຊັ້ນ 4 ນະຄອນຫຼວງວຽງຈັນ ມີທ່ານ ເບີລິນ ເພັດຈັນທະຣາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ທ່ານ ປະສົງ ຄົງເຄົາລົບທໍາ ຮອງເຈົ້າແຂວງໜອງຄາຍ ແລະ ຜູ້ປະກອບການເຂົ້າຮ່ວມ.

ງານສະແດງ ແລະ ຈໍາໜ່າຍສິນຄ້າຂອງແຂວງໜອງຄາຍ ຫົວຂໍ້: ໜຶ່ງຕໍາບົນໜຶ່ງຜະລິດຕະພັນ ໄດ້ດໍາເນີນໂຄງການມາເປັນເວລາ 16 ປີ ໂດຍໃຊ້ງົບປະມານຂອງສໍານັກງານພັດທະນາຊຸມຊົນ ແຂວງໜອງຄາຍ ສ່ວນການຈັດງານສະແດງ ແລະ ຈໍາໜ່າຍສິນຄ້າຮ່ວມກັບນະຄອນຫຼວງວຽງຈັນ ໃນຫົວຂໍ້: ງານວາງສະແດງ ແລະ ຈໍາໜ່າຍຜະລິດຕະພັນ OTOP-ODOP ມິດຕະພາບ ໜອງຄາຍ-ນະຄອນຫຼວງວຽງຈັນ ຈັດຂຶ້ນເປັນປີທີ 3.

ຈຸດປະສົງຂອງການຈັດງານ ເພື່ອເປັນການແລກປ່ຽນບົດຮຽນພູມປັນຍາທ້ອງຖິ່ນ ລະຫວ່າງໜອງຄາຍ-ນະຄອນຫຼວງວຽງຈັນ ສົ່ງເສີມສ້າງສາຍພົວພັນມິດຕະພາບ ແລະ ສົ່ງເສີມການຜະລິດຂອງຜູ້ປະກອບການຫົວໜ່ວຍທຸລະກິດໂອດ໋ອບ ແລະ ໂອທ໋ອບ ໃນການເຊື່ອມໂຍງປະຊາຄົມເສດຖະກິດອາຊຽນ.

ສໍາລັບງານວາງສະແດງຄັ້ງນີ້ ມີຫົວໜ່ວຍທຸລະກິດຜະລິດສິນຄ້າໂອດ໋ອບ 17 ຫົວໜ່ວຍ ລວມ 20 ຫ້ອງ ຈາກ 9 ເມືອງຂອງນະຄອນຫຼວງວຽງຈັນ ແລະ ສິນຄ້າໂອທ໋ອບ 40 ຫ້ອງຈາກແຂວງໜອງຄາຍ ລວມທັງໝົດມີ 60 ຫ້ອງ ເຊິ່ງຜະລິດຕະພັນຈະມີສິນຄ້າອຸປະໂພກ-ບໍລິໂພກຢ່າງຫຼວງຫຼາຍ ທີ່ມີຄຸນະພາບມາວາງຂາຍ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...