spot_img
Homeຂ່າວພາຍ​ໃນເປີດທົດລອງນຳໃຊ້ສະໜາມຝຶກຊ້ອມ ກ໊ອຟສາກົນ ພູກິ່ວລົມ

ເປີດທົດລອງນຳໃຊ້ສະໜາມຝຶກຊ້ອມ ກ໊ອຟສາກົນ ພູກິ່ວລົມ

Published on

ໃນວັນທີ 27 ມັງກອນ 2023 ຢູ່ສະໜາມເຝິກຊ້ອມ ຣີສອດສະໜາມກ໊ອຟສາກົນພູກີ່ວລົມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ມີພິທີເປີດທົດລອງນຳໃຊ້ສະໜາມຝຶກຊ້ອມ ຣີສອດສະໜາມກ໊ອຟສາກົນ ພູກິ່ວລົມຢ່າງເປັນທາງການ ໂດຍມີ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ, ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ສົມຫວາດ ເລັ່ງສະຫວັດ ອະດີດຮອງນາຍົກ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫລ່ຽມຄຳ, ແລະ ພາດສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ຫວາງ ເອີເປົ່າ ປະທານກຸ່ມບໍລິສັດ ດອກງິ້ວຄຳ ຈຳກັດ ໄດ້ກ່າວວ່າ: ສະໜາມກ໊ອຟ ສາກົນພູກິ່ວລົມ ໄດ້ວາງສີລາລືກການກໍ່ສ້າງໃນເດືອນກັນຍາ 2022 ພາຍໃຕ້ຄວາມເອົາໃຈໃສ່ຂອງພະນັກງງານທີ່ໄດ້ເຮັດວຽກທັງເວັນ, ທັງຄື ແລະ ການຮ່ວມມືຂອງທຸກຂະແໜງການຂອງກຸ່ມບໍລິສັດດອກງິ້ວຄຳ ຈຳກັດ ມາຮອດປັດຈຸບັນສ້າງສຳເລັດແລ້ວຫລາຍກ່າວ 60%. ໃນນີ້, ປະກອບມີ ສະໂມສອນ ແລະ ເດີ່ນສະໜາມຊ້ອມສຳເລັດໂດຍພື້ນຖານ. ສຳລັບ ສະໜາມກ໊ອຟສາກົນພູກິ່ວລົມ ໄດ້ອອກແບບກໍ່ສ້າງຕາມມາດຕະຖານ 5 ດາວ ເພື່ອສ້າງເປັນສະໜາມກ໊ອບລະດັບສາກົນ. ນອກນັ້ນ ຍັງມີສະໜາມແຂ່ງມ້າສາກົນ, ໂຮງແຮມ, ສະຖານບັນເທີງ ແລະ ການທ່ອງທ່ຽວຄົບວົງຈອນ ເຊິ່ງການກໍ່ສ້າງໄລຍະທີ 1 ລວມມີ 18 ຂຸມ, 72 ໄມ້ ເປັນສະໜາມກ໊ອບແບບມາດຕະຖານເທິງພູ.

ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ໄດ້ກ່າວວ່າ: ໂຄງການກໍ່ສ້າງ ສະໜາມກ໊ອຟສາກົນພູກິ່ວລົມ ແມ່ນໜຶ່ງໃນໂຄງການທີ່ນອນຢູ່ໃນ 13 ກິດຈະການທີ່ທາງລັດຖະບານສົ່ງເສີມ ໃນສັນຍາສະບັບປັບປຸງ ປີ 2014, ໂຄງການດັ່ງກ່າວມີເນື້ອທີ່ທັງໝົດ 133 ເຮັກຕາ, ໄລຍະທີ 1 ຄາດວ່າຈະໃຫ້ສຳເລັດການກໍ່ສ້າງ ແລະ ເປີດນຳໃຊ້ຢ່າງເປັນທາງການໃນເດືອນພຶດສະພາ 2023, ລວມມູນຄ່າການກໍ່ສ້າງທັງໝົດ 20 ລ້ານໂດລາສະຫະລັດ. ສ່ວນໄລຍະ 2 ຂອງໂຄງການ ຈະມີການກໍ່ສ້າງສູນພັກຜ່ອນຕາກອາກາດ ຣີສອດນໍ້າອຸ່ນ, ເຮືອນວິນລາ ທີ່ເປັນເອກະລັກສະເພາະຂອງສະໜາມກ໊ອຟ, ໂຮງແຮມ, ອາພາດເມັ້ນ, ບ້ານນ້ອຍທີ່ເປັນເອກະລັກສະເພາະ. ທັງນີ້, ກໍເພື່ອເປັນການສົ່ງເສີມການທ່ອງທ່ຽວ ການບໍລິການ ການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນບັນດາເຜົ່າ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...