spot_img
Homeຂ່າວເຫດການເປີດງານວາງສະ​ແດງ​ ຜົນງານ​ວິຈິດ​ສິນຄັ້ງທີ X ຂອງ​ແມ່ຍິງ ຢູ່ສະຖາບັນວິຈິດສິນແຫ່ງຊາດ!

ເປີດງານວາງສະ​ແດງ​ ຜົນງານ​ວິຈິດ​ສິນຄັ້ງທີ X ຂອງ​ແມ່ຍິງ ຢູ່ສະຖາບັນວິຈິດສິນແຫ່ງຊາດ!

Published on

ງານ​ວາງສະ​ແດງ​ຜົນງານ​ວິຈິດ​ສິນ​ ຄັ້ງ​ທີ X ຂອງ​ແມ່ຍິງ​ ໄດ້​ຈັດ​ຂຶ້ນ​ ​​ໃນວັນ​ທີ 11-18 ມີນານີ້ ຢູ່​ສະ​ຖາ​ບັນ​ວິຈິດ​ສິນ​ແຫ່ງ​ຊາດ​, ນະຄອນຫລວງ​ວຽງ​ຈັນ, ​​ໂດຍ​​ສະຫະພັນ​ແມ່ຍິງ​ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ຮ່ວມ​ກັບສະ​ຖາ​ບັນ​ວິຈິດ​ສິນ​ແຫ່ງ​ຊາດ.

ງານ​ວາງສະ​ແດງ​ຜົນງານ​ດັ່ງກ່າວ ປະກອບ​ມີ​ຮູບ​ແຕ້ມ 110 ຜົນງານ, ພາບ​ພິມ 154 ຜົນງານ, ປັ້ນ​ຄັວດ​ແກະ 30 ຜົນງານ, ດິນ​ເຜົາ 24 ຜົນງານ, ຫັດຖະ​ກໍາ 100 ຜົນງານ ​ເຊິ່ງທັງ​ໝົດ​​ເຫລົ່ານັ້ນ ​ແມ່ນ​ໄດ້​ມາ​ຈາກ​ການ​ປະ​ດິດ​ຄິດ​ແຕ່ງ​ໂດຍ​ເອື້ອຍ​ນ້ອງ​ແມ່ຍິງ ​ພາຍ​ໃນ​ສະ​ຖາ​ບັນ​ວິ​ຈິດ​ສິນ​ແຫ່ງ​ຊາດ, ສິລະ​ປິນຫວຽດນາມ, ນັກຮຽນ ມສ ວຽງ​ຈັນ, ມສ ​ເຈົ້າ​ອານຸ, ມສ ສາທິດ, ມສ ສິຖານ​ໃຕ້​ ຮ່ວມ​ກັບ​ເອື້ອຍ​ນ້ອງ​ແມ່ຍິງ​ ຜູ້​ທີ່​ມີ​ຄວາມ​ສາມາດ​ທາງ​ດ້ານ​ສິລະ​ປະກໍາ​ຈາກ​ກົມ​ກອງ​ຕ່າງໆ​ເຊັ່ນ: ​ຜົນງານຈາກ​ສູນ​ກາງ​ຊາວ​ໜຸ່ມ​ ເຂົ້າ​ຮ່ວມ​ວາງສະ​ແດງ 10 ພາບ, ​ເຊິ່ງ​ແຕ່​ລະ​ພາບ​ໄດ້​ສະທ້ອນ​ໃຫ້​ເຫັນ​ເອກະລັກ​ຂອງ​ ສິລະ​ປະວັດ​ທະນະ​ທໍາອັນ​ລໍ້າ​ຄ່າ​ຂອງ​ຊາດ​ລາວ ການ​ດໍາລົງ​ຊີວິດ​ແບບ​ລຽບ​ງ່າຍ, ຮີດຄອງ​ປະ​ເພນີ​ອັນ​ດີງາມທີ່​ພໍ່​ແມ່​ປະຊາຊົນ​ເຄີຍ​ປະຕິບັດ​ກັນ​ມາ​ແຕ່​ບູຮານ​ນະ​ການ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...