spot_img
Homeຂ່າວການສຶກສາເປີດກອງປະຊຸມ ຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວປະເທດ ປະຈໍາປີ 2015

ເປີດກອງປະຊຸມ ຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວປະເທດ ປະຈໍາປີ 2015

Published on

image001

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວປະເທດປະຈໍາປີ 2015 ໄດ້ຈັດ ຂຶ້ນໃນລະຫວ່າງວັນທີ 23 – 24 ມິຖຸນານີ້,ຢູ່ມະຫາວິທະຍາໄລແຫ່ງຊາດ ນະ ຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ດຣ ພັນຄໍາ ວິພາວັນ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ,ມີບັນດາລັດຖະມົນຕີ, ເຈົ້າ ແຂວງ ແລະ ຜູ້ບໍລິຫານການສຶກສາ ແລະ ກິລາທົ່ວປະ ເທດເຂົ້າຮ່ວມຢ່າງຫລວງຫລາຍ.

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ເປັນ ການສະຫລຸບຕີລາຄາເຖິງຜົນສໍາເລັດ, ບັນຫາທ້າທ້າຍ, ສາເຫດຂອງບັນຫາໃນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາໃນໄລຍະ 5 ປີ, ໂດຍສະເພາະແມ່ນສົກປີ 2014-2015 ຜ່ານມາ, ເຊິ່ງເປັນປີມ້ວນ ທ້າຍຂອງການ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີVII ຂອງລັດຖະບານ, ເປັນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດແຜນງານແຫ່ງຊາດການສຶກສາເພື່ອທຸກຄົນ2003 – 2015 ກໍຄືເປົ້າໝາຍສະຫັດ ສະວັດດ້ານການພັດທະນາໃນປີ 2015 ແລະ ການປະຕິບັດແຜນຍຸດທະສາດການປະຕິຮູບການສຶກສາ 2006-2015, ໂດຍສະເພາະແມ່ນໄລຍະທີ II2011-2015, ພ້ອມນັ້ນ ກອງປະຊຸມກໍຈະໄດ້ພິຈາລະນາກໍານົດວິໄສທັດຮອດປີ 2030, ຍຸດທະສາດຮອດປີ 2025, ແຜນປະຕິບັດການພັດທະນາການສຶກສາທິການ ແລະ ກິລາ5 ປີ 2016-2020, ໂດຍຫລັງປີ 2015 ແມ່ນຈະເນັ້ນເຖິງການພັດທະນາແບບຍືນຍົງ ແລະ ການຮຽນຮູ້ຕະຫລອດຊີວິດ, ເຊິ່ງຈະເປັນປີເລີ່ມຕົ້ນການຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກເປັນປີກ້າວເຂົ້າສູ່ການພັດທະນາການສຶກສາ ແລະ ກິລາທີ່ຈະເນັ້ນປັບ ປຸງຄຸນນະພາບ ແລະ ມາດຕະຖານຂອງສາມັນສຶກສາໃຫ້ຕິດພັນກັບວຽກສ້າງຄູ, ອາຊີວະສຶກສາແລະການສຶກສາຊັ້ນສູູງ, ການຂະຫຍາຍການສຶກສາເດັກກ່ອນໄວຮຽນ, ໂດຍສະເພາະເດັກອາຍຸ 5 ປີ, ເພີ່ມອັດຕາເຂົ້າໃໝ່ສຸດທິສໍາລັບເດັກອາຍຸ 6 ປີ, ສົ່ງເສີມການສຶກສານອກໂຮງຮຽນຢ່າງຈິງຈັງ, ສົ່ງເສີມໃຫ້ນັກຮຽນທີ່ຈົບ ມ 4 ໄດ້ເຂົ້າຮຽນໃນສາຍວິຊາຊີບໃຫ້ຫລາຍຂຶ້ນ, ພ້ອມນັ້ນການນໍາໃຊ້ງົບປະມານກໍໃຫ້ມີປະສິດທິຜົນສູງ,ໂດຍປັບປຸງລະບົບການຊັບຊ້ອນ ແລະ ນໍາໃຊ້ຄູໃຫ້ປາກົດຜົນເປັນຈິງ.

 

ແຫລ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...