spot_img
Homeຂ່າວເຫດການເປັນເສດຖີເງິນຕື້ກັບບາດ ອ້າຍບ່າວລາວຖືກເລກຢູ່ໄທ 6 ຕື້ກີບ

ເປັນເສດຖີເງິນຕື້ກັບບາດ ອ້າຍບ່າວລາວຖືກເລກຢູ່ໄທ 6 ຕື້ກີບ

Published on

ສະໜັ່ນສື່ອອນລາຍທັງລາວແລະໄທ ເມື່ອມີຜູ້ໃຊ້ເຟັດບຸກຊື່ นาวิน บุญคุ้มครอง ໄດ້ໂພດຮູບພາບຜູ້ຊາຍຜູ້ໜຶ່ງ ກຳລັງໄປລົງບັນທຶກປະຈຳວັນກັບເຈົ້າໜ້າທີ່ໄທ ໂດຍບອກວ່າຕົນເອງໂຊກດີຖືກຫວຍລັດຖະບານ(ໄທ) ງວດວັນທີ 1 ພະຈິກ 2017 ນີ້ ລະບຸວ່າ ຊາຍໜຸ່ມຄົນດັ່ງກ່າວເປັນຄົນລາວ ເຂົ້າໄປເຮັດວຽກໃນຢູ່ໄທ ໂດຍກ່ອນໜ້ານີ້ໄດ້ມີຄົນຂາຍຫວຍ ເອົາຫວຍໄປຂາຍໃນໂຮງງານທີ່ຜູ້ຊາຍຄົນດັ່ງກ່າວເຮັດວຽກຢູ່ ເມື່ອເຫັນໂຕເລກທີ່ກົງກັບສິ່ງທີ່ຢາກຊື້ ຈຶ່ງຕັດສິນໃຈຊື້ໂດຍບໍ່ລັງເລ ເຊິ່ງຜູ້ໂພດຂ່າວລະບຸວ່າ:
ລາງວັນທີ 1 ເງິນລາງວັນ 24 ລ້ານບາດ (ປະມານ 6,000,000,000 ກວ່າກີບ) ເສ່ຍໃໝ່ຈາກປະເທດລາວ ທ້າວນ້ອຍ ພົມມະສອນ ລົງບັນທຶກປະຈຳວັນໄວ້ເປັນຫຼັກຖານ ຜູ້ກ່ຽວເປີດເຜີຍວ່າ ຕົນເອງຮັກເຫັນຜູ້ຂາຍເລກເອົາເລກທີ່ກົງກັບທີ່ຕົນຄິດຢາກຊື້ຢູ່ເຂົ້າໄປຂາຍໃນໂຮງງານ ຈຶ່ງໄດ້ຮີບຕັດສິນໃຈຊື້ທັນທີ ຍິນດີກັບເສ່ຍໃໝ່.
ເຊິ່ງເມື່ອໂພດນີ້ຖືກເຜີຍແພ່ອອກໄປ ກໍໄດ້ມີຜູ້ເຂົ້າມາສະແດງຄວາມຄິດເຫັນ ແລະແຊຕໍ່ຢ່າງຫຼວງຫຼາຍ ລວມທັງບັນດາສຳນັກຂ່າວອອນລາຍຕ່າງກໍອອກຂ່າວດັງລະເບີດທົ່ວສອງຝັ່ງຂອງໄປພາຍໃນເວລາບໍ່ເຖິງມື້.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...