spot_img
Homeຂ່າວພາຍ​ໃນເປັນຫຍັງເຮົາຍັງສາມາດຕິດເຊື້ອໂຄວິດ-19 ໄດ້ ທັງທີ່ເຮົາສັກວັກຊີນແລ້ວ?

ເປັນຫຍັງເຮົາຍັງສາມາດຕິດເຊື້ອໂຄວິດ-19 ໄດ້ ທັງທີ່ເຮົາສັກວັກຊີນແລ້ວ?

Published on

ການສັກວັກຊີນໃນ ສປປ ລາວ ໃນປັດຈຸບັນນີ້ສາມາດສັກໃຫ້ກັບປະຊາຊົນໄດ້ເຖິງ 5 ລ້ານກວ່າຄົນ ແຕ່ກໍມີປະຊາຊົນທີ່ຍັງມີຂໍ້ສົງໃສກ່ຽວກັບການສັກວັກຊີນຢູ່ວ່າ ເປັນຫຍັງເຮົາສັກວັກຊີນແລ້ວ ເຮົາຍັງສາມາດຕິດເຊື້ອໄດ້ຢູ່? ຈາກການຖະແຫຼງຂ່າວຂອງຄະນະສະເພາະກິດໃນວັນທີ 08 ຕຸລາ 2021 ທ່ານ ດຣ. ພອນປະເສີດ ອຸນາພົມ ໄດ້ລົງລາຍລະອຽດດັ່ງນີ້: 

ການສັກວັກຊີນປ້ອງກັນພະຍາດໂຄວິດ-19 ນີ້ມັນບໍ່ໄດ້ປ້ອງກັນການຕິດເຊື້ອຂອງພະຍາດໂຄວິດໄດ້ 100% ໝາຍຄວາມວ່າຖ້າຫາກພວກເຮົາບໍ່ມີມາດຕະການໃນການປ້ອງກັນ ພວກເຮົາຍັງມີໂອກາດຕິດເຊື້ອໄດ້ຢູ່ ແຕ່ຖ້າພວກເຮົາໄດ້ສັກວັກຊີນ ແມ່ນພວກເຮົາຈະມີການສ້າງພູມຕ້ານທານໃຫ້ກັບຮ່າງກາຍພວກເຮົາຕໍ່ການເຈັບເປັນ ແລະ ການເສຍຊີວິດຈາກພະຍາດດັ່ງກ່າວນີ້ໄດ້. ເພາະສະນັ້ນ, ຢາກໃຫ້ພໍ່ແມ່ປະຊາຊົນເຂົ້າໃຈວ່າການສັກວັກຊີນກັນພະຍາດໂຄວິດນີ້ ແມ່ນການສ້າງພູມຕ້ານທານໃຫ້ຮ່າງກາຍຂອງເຮົາ ບໍ່ແມ່ນການປ້ອງກັນການຕິດເຊື້ອ. ສະນັ້ນ, ການປ້ອງກັນການຕິດເຊື້ອ ພວກເຮົາມີຄວາມຈໍາເປັນທີ່ຈະຕ້ອງໃສ່ຜ້າອັດປາກ, ອັດດັງ, ລ້າງມືທຸກຄັ້ງ ເວລາໄປຈັບບາຍສິ່ງຂອງຫຍັງຕ່າງໆ ຫຼີກເວັ້ນການຈໍາກັດ, ການຢູ່ຮ່ວມກັນຫຼາຍຄົນ, ຈໍາກັດໄລຍະຫ່າງໃຫ້ມັນໄດ້ ຈຶ່ງປາສະຈາກການຕິດເຊື້ອໄດ້ອັນນັ້ນແມ່ນສິ່ງທີ່ສໍາຄັນ ເພາະສະນັ້ນ, ການສັກວັກຊີນນີ້ເປັນວິທີທີ່ປ້ອງກັນໄດ້ດີທີ່ສຸດຄືກັນກັບຫຼາຍໆປະເທດທີ່ໄດ້ຮັບຜົນສໍາເລັດມາແລ້ວ.

ເປັນຫຍັງຄົນທີ່ສັກວັກຊີນບາງຄົນຈຶ່ງຕິດເຊື້ອໄດ້? ກໍຍ້ອນຂຶ້ນກັບພູມຕ້ານທານຂອງແຕ່ລະຄົນເນື່ອງຈາກວ່າພູມຕ້ານທານຂອງແຕ່ລະຄົນບໍ່ຄືກັນບາງຄົນແຂງແຮງ ເມື່ອສັກວັກຊີນເຂົ້າໄປຈຶ່ງເຮັດໃຫ້ການສ້າງທາດກາຍຕ້ານໄວເຮັດໃຫ້ສາມາດຕ້ານໄດ້ ແຕ່ບາງຄົນພູມຄຸ້ມກັນຍັງບໍ່ແຂງແຮງກໍສາມາດຕິດເຊື້ອໄດ້ ແຕ່ການຕິດເຊື້ອມັນຈະບໍ່ມີການສະແດງຮຸນແຮງ ຫຼື ບໍ່ມີອາການເສຍຊີວິດ ນີ້ແມ່ນຜົນດີຂອງການສັກວັກຊີນ. 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...