spot_img
Homeຂ່າວພາຍ​ໃນຖ່າຍຮູບກັບຂຸມກາງທາງ

ຖ່າຍຮູບກັບຂຸມກາງທາງ

Published on

 

ກຸ່ມນັກກິດຈະກຳແລະນັກຄິດສ້າງສັນ Z999 ຮ່ວມກັນນຳສະເໜີສະພາບເສັ້ນທາງເປ່ເພໃນປະເທດ ລິທົວເນຍ (Lithuania) ໂດຍການຍິງຮູບຖ່າຍໃນຮູບແບບຕ່າງໆ ຮອບໆ ຂຸມເທິງເສັ້ນທາງ ໃນKaunas ເຊິ່ງມີເປົ້າໝາຍຄືການສ້າງຄວາມຕະຫຼົກເຮຮາ ດ້ວຍອົງປະກອບຕ່າງໆ ໃນສະຖານທີ່ຖ່າຍຮູບເພື່ອສ້າງຄວາມສົນໃຈແກ່ສະພາບເສັ້ນທາງທີ່ເປ່ເພ.

ຊ່າງຖ່າຍຮູບມືອາຊີບArturas Artiusenka ກັບEurika Balciute ຕັ້ງໃຈຖ່າຍຮູບຕະຫຼົກເຮຮາຊຸດນີ້ຂຶ້ນມາ ບໍ່ພຽງແຕ່ສ້າງປະສົບການມຸມມອງໃໝ່ໆ ແຕ່ບັນດາສື່ມວນຊົນຂອງ ລິທົວເນຍ ກໍຄືທົ່ວໂລກ ຕ່າງກໍພາກັນສົນໃຈກັບໂຄງການນີ້ ແລະມີການນຳສະເໜີພາບຖ່າຍເຫຼົ່ານີ້ຢ່າງຫຼວງຫຼາຍ.

ແນ່ນອນວ່າຮູບຖ່າຍຊຸດນີ້ຈະເປັນການກະຕຸ້ນຄວາມຄິດອາລົມຂັນແບບຕະຫຼົກເຮຮາແກ່ປະຊາຊົນ ລິທົວເນຍ ແລະຜູ້ພົບເຫັນ ໂດຍຫວັງເລິກໆ ພຽງແຕ່ວ່າ ເສັ້ນທາງຫຼາຍສາຍຄົງຈະດີຂຶ້ນໃນປີໜ້າ.

ສຳລັບທີມງານລາວໂພສຕ໌ ທີ່ນຳສະເໜີຂ່າວຕະຫຼົກນີ້ແມ່ນເພື່ອໃຫ້ເພື່ອນຜູ້ອ່ານຮູ້ວ່າ ໃນໂລກນີ້ບໍ່ມີແຕ່ປະເທດລາວທີ່ມີເສັ້ນທາງເປ່ເພ.

1410915270-image-o 1410915329-image-o 1410915365-image-o 1410915401-image-o 1410915453-image-o 1410915491-image-o 1410915885-image-o 1410915922-image-o 1410915957-image-o 1410915998-image-o laopost.com 1410916070-image-o 1410916101-image-o 1410916142-image-o

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...