spot_img
Homeຂ່າວພາຍ​ໃນເບຣຊິລ ຖະຫຼົ່ມ ເຊເນກັລ 5-0 ຜ່ານເຂົ້າຊີງ ເຕະບານ ຢູ-20 ຊີງແຊ້ມໂລກ

ເບຣຊິລ ຖະຫຼົ່ມ ເຊເນກັລ 5-0 ຜ່ານເຂົ້າຊີງ ເຕະບານ ຢູ-20 ຊີງແຊ້ມໂລກ

Published on

ການແຂ່ງຂັນເຕະບານ ຮຸ່ນອາຍຸບໍ່ເກີນ 20 ປີ ຫຼື ຢູ-20 ຊີງແຊ້ມໂລກ ທີ່ປະເທດນິວຊີແລນ ເປັນເຈົ້າພາບ ເມື່ອວັນທີ 17 ມິຖຸນາ ຜ່ານມາ, ຮອບຮອງ ຊະນະເລີດ ຫຼື ຮອບ 4 ທີມ ສຸດທ້າຍ ລະຫວ່າງ ທີມຊາດ ເບຣຊິລ ໜຶ່ງໃນທີມເຕັງແຊ້ມ ພົບກັບ ທີມຊາດເຊເນກັລ ທີມມ້າມືດຈາກອັຟຟຣິກາ.

ໃນຮອບແບ່ງກຸ່ມ ເບຣຊິລ ເປັນແຊ້ມກຸ່ມ E ມີ 9 ຄະແນນ ເຕັມ ຊະນະ ໄນຈີເຣຍ 4-2, ຊະນະ ຮົງກາລີ 2-1 ແລະ ຊະນະ ສປປ ເກົາຫຼີ 3-0, ສ່ວນ ໃນຮອບ 16 ທີມ ເອົາຊະນະ ອຸຣຸໄກວ 5-4 ໃນການຍິງຈຸດໂທດ ຫຼັງຈາກເວລາປົກກະຕິ ແລະ ຕໍ່ໄລຍະເວລາພິເສດ ສະເໝີກັນ 0-0 ປະຕູ ກ່ອນຈະ ເອົາຊະນະ ປອກຕຸຍການ ດ້ວຍການດວນຈຸດໂທດເຊັ່ນກັນ ໃນ ຮອບ 8 ທີມສຸດທ້າຍ ຂະນະທີ່ ເຊເນກັລ ເປັນ 1 ໃນ 4 ທີມ ອັນດັບ 3 ທີ່ມີຄະແນນດີທີ່ສຸດ ເຊິ່ງໃນຮອບ 16 ທີມ ດວນດັບຝັນຈຸດໂທດ ຢູເຄຣນ 3-1, ຫຼັງຈາກສະເໝີກັນໃນເວລາ ປົກກະຕິ 1-1 ທະລຸເຂົ້າເຖິງ ຮອບ 8 ທີມສຸດທ້າຍ ເປັນຄັ້ງ ປະຫວັດສາດ ກ່ອນຈະບຽດ ເອົາຊະນະ ອຸຊເບກິສະຖານ ຫວຸດຫວິດ 1-0 ປະຕູ.

ຜ່ານການແຂ່ງຂັນປາກົດວ່າ ເບຣຊິລ ເປັນຝ່າຍທີ່ຫຼິ້ນໄດ້ເໜືອກວ່າ ເອົາຊະນະ ເຊເນກັລ ໄປແບບຖະຫຼົ່ມຖະລາຍເຖິງ 5-0 ປະຕູ, ໂດຍໄດ້ປະຕູຈາກ ຄໍເຣຍ ນາທີ 5, ກີລເຮີເມ ນາທີ 7 ກັບ 78, ບອສຊິລເລຍ ນາທີ 19 ແລະ ຈອສ ໂອລິເວຍຣາ ນາທີ 35 ສົ່ງຜົນໃຫ້ ບຣາຊິລ ຜ່ານເຂົ້າຮອບຊີງຊະນະເລີດໄດ້ສຳເລັດ ເຊິ່ງຈະໄປພົບກັບ ເຊີ ເບຍ ທີ່ເອົາຊະນະ ມາລີ ໄປ ຫວຸດຫວິດ ໃນໄລຍະຕໍ່ເວລາ ພິເສດ 2-1 ປະຕູ. ສຳລັບຮອບ ຊີງ-ຊະນະເລີດ ແລະ ຊີງອັນ ດັບ 3 ຈະແຂ່ງຂັນໃນວັນທີ 20 ມິຖຸນານີ້.

10400812_1640263566186817_7583064259994530043_n

10609665_1640263619520145_6447462941421595112_n

11234051_1640263632853477_8991553420889001953_n

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...