ເນປານພົບຊາກເຮືອບິນຕົກ ເສຍຊີວິດ 21 ຄົນ ສູນຫາຍ 1 ຄົນ

0
848

ເຈົ້າໜ້າທີ່ເນປານ ພົບເຫັນເສດຊາກເຮືອບິນຂອງ ທາລາແອ ທີ່ຕົກໃນອາທິດແລ້ວນີ້ ແລະ ລ່າສຸດພົບເຫັນຜູ້ເສຍຊີວິດແລ້ວ 21 ຄົນ ຍັງເຫຼືອອີກ 1 ຄົນ ທີ່ຍັງຊອກບໍ່ເຫັນ.

ສຳນັກຂ່າວ ເອພີ ໄດ້ລາຍງານວ່າ ເຈົ້າໜ້າທີ່ຂອງປະເທດເນປານ ພົບເຫັນຊາກເຮືອບິນໂດຍສານຂະໜາດນ້ອຍ “Twin other” ຂອງສາຍການບິນ ທາລາແອ (Tara Air) ເຊິ່ງປະສົບອຸບັດຕິເຫດຕົກພ້ອມກັບຜູ້ໂດຍສານ ແລະ ລູກເຮືອ 22 ຄົນ ໃນເຂດພູເຂົາທາງຕະເວັນອອກສຽງເໜືອ ໃນວັນອາທິດ 29 ພຶດສະພາ 2022 ທີ່ຜ່ານມາ.

ເຮືອບິນລຳນີ້ໄດ້ຕົກບໍລິເວນຕີນພູໃນເມືອງຊາໂນສວາເຣ (Sanosware) ຂອງແຂວງຄັນທະກີເຊິ່ງເປັນຈຸດໝາຍປາຍທາງ ຫຼັງຈາກທີ່ເຮືອບິນໄດ້ອອກເດີນທາງຈາກເມືອງໂປຂຣາ ເວລາ 9:55ນາທີ ໃນວັນອາທິດ ແລະ ໄດ້ຂາດການຕິດຕໍ່ໃນເວລາ 10:07ນາທີ  ຢູ່ທ່ຄວາມສູງ 12,825 ຟຸດ.

ລ່າສຸດໃນວັນຈັນທີ່ຜ່ານມານີ້ ໜ່ວຍກູ້ໄພເນປານໄດ້ພົບຜູ້ເສຍຊີວິດແລ້ວ 21 ຄົນ ເຈົ້າໜ້າທີ່ເຮັດວຽກດ້ວຍຄວາມລ່າຊ້າ ແລະ ເຮັດດ້ວຍມື ຈຶ່ງເຄື່ອນຍ້າຍເສດໂລຫະໄດ້ຍາກລຳບາກ.