spot_img
Homeນານາສາລະເທັກນິກການຮຽນ ໃຫ້ເກັ່ງດ້ວຍວິທີງ່າຍໆ

ເທັກນິກການຮຽນ ໃຫ້ເກັ່ງດ້ວຍວິທີງ່າຍໆ

Published on

ຜູ້ຂຽນໄດ້ມີໂອກາດລົມກັບໝູ່ຄົນໜຶ່ງທີ່ຮຽນນຳກັນ ລາວເປັນຄົນທີ່ຮຽນເກັ່ງ ມີຄວາມຮູ້ຄວາມສາມາດ ແລະໄດ້ລົມກັນເລື່ອງການສຶກສາ ເລີຍໄດ້ຖາມລາວວ່າ ເຈົ້າມີເທັກນິກການຮຽນເກັ່ງແນວໃດ ຈຶ່ງໄດ້ຮຽນເກັ່ງແບບນີ້ ລາວກໍໄດ້ບອກດັ່ງນີ້:

  1. ຕ້ອງນອນພັກຜ່ອນໃຫ້ພຽງພໍ ເພື່ອເຮັດໃຫ້ສະໝອງເຮົາເຮັດວຽກໄດ້ດີ ເມື່ອສະໝອງແລ່ນດີກໍຈະເຮັດໃຫ້ເຮົາມີຄວາມຈື່ຈຳ ແລະເຂົ້າໃຈບົດຮຽນໄດ້ງ່າຍ
  2. ກ້າຖາມ ເມື່ອເຮົາມີຄວາມສົງໄສ ຫຼືບໍ່ເຂົ້າໃຈບ່ອນໃດກໍຄວນຈະຖາມ
  3. ມີສະມາທິໃນເວລາຮຽນ ໃນເວລາທີ່ເຮົາຮຽນຄວນໃຈຈົດຈໍ່ກັບບົດຮຽນ ບໍ່ຄວນຄິດໄປຫາສິ່ງອື່ນ
  4. ຈັບເນື້ອໃນໃຈຄວາມສຳຄັນຂອງບົດຮຽນໃຫ້ໄດ້ ໂດຍໃຊ້ຄວາມເຂົ້າໃຈ ບໍ່ແມ່ນການຈື່
  5. ອ່ານບົດຮຽນກ່ອນຈະຂຶ້ນຮຽນ ເພື່ອວ່າເວລາໃດທີ່ເຮົາບໍ່ເຂົ້າໃຈ ກໍຈະໄດ້ຖາມ ຫຼືອາຈານຖາມກໍຈະຕອບເພິ່ນໄດ້
  6. ບໍ່ຄວນຈົດທຸກຢ່າງ ແຕ່ຄວນຟັງ, ເຮັດຄວາມເຂົ້າໃຈກັບບົດຮຽນນັ້ນໆຈະດີກວ່າ
  7. ມັກອ່ານເພື່ອໃຫ້ມີຮູ້ຫຼາຍຢ່າງ

ໃຜທີ່ຕ້ອງການ ຮຽນໃຫ້ເກັ່ງ ກໍລອງເອົາ 7 ວິທີນີ້ ໄປປະຕິບັດລອງເບິ່ງ ຮັບຮອງວ່າໄດ້ຜົນແນ່ນອນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...