spot_img
Homeຂ່າວພາຍ​ໃນເຕືອນໄພພາຍຸ !!

ເຕືອນໄພພາຍຸ !!

Published on

ກົມອຸຕຸນິຍົມ ແລະອຸທົກກະສາດ ໄດ້ອອກແຈ້ງເຕືອນເລື່ອງລົມພາຍຸ ແອລແມັກກີ ຫົວທີ 15 ຄາດວ່າຈະເຄື່ອນໂຕເຂົ້າສູ່ງປະເທດຫວຽດນາມໃນຕອນເຊົ້າຂອງວັນທີ 16 ກັນຍາ 2014 ວົງລັດສະໝີຂອງພາຍຸຈະກວມເອົາບັນດາແຂວງພາກກາງ, ພາກໃຕ້ ແລະບັນດາແຂວງພາກຕາເວັນອອກຂອງພາກເໜືອ. ນັບແຕ່ວັນທີ 16-17 ກັນຍາ 2014 ຈະມີຝົນຕົກຟ້າຄະນອງ, ຝົນຕົກໜັກ, ລົມແຮງ ໃນແຂວງ ຊຽງຂວາງ, ຫົວພັນ, ຜົງສາລີ, ອຸດົມໄຊ ແລະຫຼວງນ້ຳທາ. ສ່ວນຢູ່ແຂວງ ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ແລະບັນດາແຂວງພາກໃຕ້ຈະມີຝົນຕົກໃນລະດັບຄ່ອຍຫາປານກາງ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງ, ອົງການຈັດຕັ້ງທຸກພາກສ່ວນ ແລະພໍ່ແມ່ປະຊາຊົນທີ່ອາໄສຢູ່ໃນເຂດແຂວງດັ່ງກ່າວຂ້າງເທິງ ຈົ່ງມີສະຕິຕໍ່ສະພາບຝົນຕົກໜັກ, ລົມແຮງ, ອາດຈະມີເຫດດິນເຈື່ອນ, ນ້ຳຖ້ວມ ແລະຂໍໃຫ້ກຽມພ້ອມມ້ຽນມັດເຄື່ອງຂອງແລະສັດລ້ຽງໄວ້ບ່ອນສູງແລະປອດໄພ ແລະຢ່າລືມຕິດຕາມສະພາບອາກາດຈາກແຫຼ່ງຂ່າວຢ່າງຕໍ່ເນື່ອງ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...