spot_img
Homeຂ່າວຕ່າງປະເທດເຕືອນຄົນມັກຈອດລົດຢູ່ແຄມນໍ້າ ລົດໄຫຼລົງນໍ້າໂດຍບໍ່ຮູ້ໂຕ!

ເຕືອນຄົນມັກຈອດລົດຢູ່ແຄມນໍ້າ ລົດໄຫຼລົງນໍ້າໂດຍບໍ່ຮູ້ໂຕ!

Published on

ເຫດເກີດຢູ່ທີ່ ບໍລິເວນແມ່ນໍ້າເອັກສເມົາ ທາງຕອນໃຕ້ຂອງເມືອງເດວອນ ປະເທດອັງກິດ ໂດຍສໍານັກຂ່າວ Mirror ໄດ້ລາຍງານວ່າ ຊາຍຄົນໜຶ່ງທີ່ມີຊື່ວ່າ ເອເຊຍ ລິດເທນ ໄດ້ໄປຍ່າງຫຼິ້ນແຖວແຄມແມ່ນໍ້າ ເວລາປະມານ 10 ໂມງຕອນເຊົ້າຂອງວັນທີ 22 ສິງຫາ 2021 ແລ້ວແນມໄປເຫັນລົດຕູ້ສີຂາວທີ່ກໍາລັງລອຍຢູ່ກາງນໍ້າ

ຈາກນັັ້ນ ເອເຊຍ ຈຶ່ງຖ່າຍຮູບ ແລະ ໂພສລົງໃນເພຈເຟສບຸກຂອງຄົນໃນຊຸມຊົນເດວອນ ເພື່ອຕາມຫາເຈົ້າຂອງລົດ, ລາວໄດ້ບັນຍາຍວ່າ ເຫັນແວ່ນລົດເປີດອອກ ແຕ່ບໍ່ມີຄົນຢູ່ຂ້າງໃນລົດ, ເມື່ອແຊຮູບຖ່າຍດັ່ງກ່າວໃນເພຈຊຸມຊົນ ເອັກສເມົາ ເພື່ອຕາມຫາເຈົ້າຂອງລົດ ແລະ ພົບວ່າເຈົ້າຂອງໄດ້ຈອດລົດໄວ້ ບ່ອນຈອດລົດທີ່ນໍ້າສາມາດຖ້ວມຂຶ້ນມາໄດ້ ເມື່ອນໍ້າຂຶ້ນ, ແຕ່ເຈົ້າຂອງລົດລືມຍ້າຍລົດເພາະຄິດວ່າຈະໄປນັ່ງດື່ມພຽງແຕ່ 2-3 ຈອກເທົ່ານັ້ນ.

ສ່ວນຄົນທີ່ເຫັນເຫດການ ຫຼື ຄົນທີ່ຄອມເມັ້ນໃນໂພສ ກໍໄດ້ພາກັນເວົ້າມ່ວນຫົວໄປກັບສະຖານະການດັ່ງກ່າວ ແຕ່ສະມາຊິກຊຸຸມຊົນຢ້ານວ່າ ການທີ່ລົດລົງໄປແຊ່ຢູ່ໃນນໍ້າອາດຈະສົ່ງຜົນກະທົບດ້ານສິ່ງແວດລ້ອມ ແລະ ສະເໜີວ່າ ຄວນຫ້າມຈອດລົດບ່ອນນັ້ນເພາະປາກແມ່ນໍ້າເປັນເຂດອະນຸລັກທີ່ສໍາຄັນ ແລະ ລົດຍົນສ່ວນໃຫຍ່ຈະມີຂອງເຫຼວໄຫຼອອກມາເມື່ອຈົມຢູ່ໃນນໍ້າ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...