spot_img
Homeຂ່າວຕ່າງປະເທດເດັກນ້ອຍ 3 ປີຫຼົງປ່າ 11 ວັນ ລອດຕາຍຍ້ອນມີໝາ

ເດັກນ້ອຍ 3 ປີຫຼົງປ່າ 11 ວັນ ລອດຕາຍຍ້ອນມີໝາ

Published on

116895606 116895609 116895612 116895616 116895618 116895637 116895650 116895656

ຖືເປັນປະຕິຫານອັນຍິ່ງໃຫຍ່ ເມື່ອເດັກຍິງອາຍຸ 3 ປີ ຫຼົງປ່າໃນເຂດ Sakha ທີ່ຖືວາໜາວທີ່ສຸດໃນເຂດໄຊບີເຣຍ ອີກທັງຍັງເປັນບ່ອນອາໄສຂອງໝີແລະໝາໄນຫຼວງຫຼາຍ ແຕ່ເຂົາພັດເອົາຊີວິດລອດມາໄດ້ຕາມລຳພັງເປັນເວລາທັງໝົດ 11 ມື້.

ເດັກນ້ອຍຄົນເກັ່ງຜູ້ນີ້ຊື່ວ່າ Karina Chikitova ເຊິ່ງເຂົາຫຼົງເຂົ້າໄປໃນປ່າພ້ອມກັບໝາຄູ່ໃຈໂຕໜຶ່ງ ໂດຍທີ່ຄອບຄົວເກືອບບໍ່ຮູ້ຊ້ຳ ແລະໃນປ່າເຂດ Sakha ກາງຄືນອຸນະພູມຈະຢູ່ທີ່ 0 ອົງສາ ເຊິ່ງຖືວ່າໜາວແຮງ. ທັນທີທີ່ພໍ່ແມ່ຮູ້ທຸກຄົນຕ່າງໝົດຫວັງ ແລະແມ່ນແຕ່ຜູ້ຊ່ຽວຊານກໍບອກວ່າ ທ່ານອາດຈະຕ້ອງທຳໃຈເພາະໂອກາດລອດໜ້ອຍທີ່ສຸດ… ແລະຍິ່ງວັນເວລາຜ່ານໄປຄວາມໝົດຫວັງກໍຫຼາຍຂຶ້ນເລື້ອຍໆ ອີກທັງຍັງບໍ່ມີວີ່ແວວຂອງເດັກນ້ອຍນັ້ນເລີຍ ແຕ່ແລ້ວມື້ໜຶ່ງກໍເກີດຄວາມຫວັງເມື່ອ ຢູ່ໆ ໝາຄູ່ໃຈຂອງເດັກຍິງຜູ້ນີ້ແລ່ນມາເຮືອນ…ແລະມັນມາເພື່ອບອກຄົນໄປຊ່ວຍເຈົ້ານາຍຂອງມັນ…

ແນ່ນອນວ່າທັນທີທີ່ເຈົ້າໜ້າທີ່ເຫັນໝາໂຕນັ້ນ ກໍຮູ້ທັນທີວ່າ ເດັກຍິງຄົນນີ້ອາດຈະຍັງມີຊີວິດລອດ ເພາະຖ້າຫາກເຂົາກອດໝາໂຕນີ້ໄວ້ຂ້າງກາຍຕະຫຼອດເວລາ ກໍອດາຈະມີຄວາມອົບອຸ່ນພຽງພໍທີ່ຈະເຮັດໃຫ້ບໍ່ແຂງຕາຍໃນຍາມຄ່ຳຄືນໄດ້ ແລ້ວມັນກໍເປັນແນວນັ້ນແທ້ໆ ເມື່ອທີມຄົ້ນຫາປູພົມຊອກໃນປ່າ ຈົນພົບKarina Chikitova ເຊິ່ງພໍ່ແມ່ຕ່າງກໍກັ້ນນ້ຳຕາແຫ່ງຄວາມດີໃຈບໍ່ຢູ່.

ສ່ວນ Karina Chikitova ເລົ່າວ່າ ເຂົາເອົາຊີວິດລອດຈາກປ່າອັນຕະລາຍນີ້ດ້ວຍການກິນໝາກເບີຣີ່ ແລະດື່ມນ້ຳຈາກແມ່ນ້ຳ ສ່ວນບ່ອນນອນກໍເອົາຫຍ້າມາກອງກັນຂຶ້ນແລະທຸກມື້ທີ່ລອດຕາຍຈາກຄວາມເໜັບໜາວໄດ້ ກໍຍ້ອນກອດເອົາຄວາມອົບອຸ່ນຈາກໝາຄູ່ກາຍ ແຕ່ແລ້ວເຂົາກໍຕ້ອງຕັດສິນໃຈວ່າຄວນປ່ອຍໝາໂຕນັ້ນກັບເຮືອນເພື່ອບອກຄົນມາຊ່ວຍ ບໍ່ດັ່ງນັ້ນເຂົາອາດຈະເອົາຊີວິດມາຖິ້ມຢູ່ບ່ອນນີ້ແທ້ໆ.

ຂໍບອກເລີຍວ່າຂ່າວນີ້ນອກຈາກສະແດງໃຫ້ເຫັນແລ້ວ່າເດັກນ້ອຍຣັດເຊຍແຂງແຮງປານໃດ ມັນຍັງສະແດງໃຫ້ຄົນທັງໂລກໄດ້ເຫັນອີກວ່າ ບໍ່ວ່າຈະພົບບັນຫາທີ່ມືດມົນແລະເບິ່ງບໍ່ມີທາງອອກປານໃດ ແຕ່ກໍຈົ່ງສູ້ຕໍ່ໄປຈົນກວ່າຈະເຖິງເຮືອກສົດທ້າຍຂອງລົມຫາຍໃຈ ແລ້ວນັ້ນອາດຈະເຮັດໃຫ້ເຮົາໄດ້ພົບກັບຄວາມຫວັງໃນວິນາທີສຸດທ້າຍ ແລະຈົ່ງຈື່ໄວ້ສະເໝີວ່າແສງສະຫວ່າງຈະປາກົດຕໍ່ໜ້າຄົນທີ່ໃຈສູ້ເທົ່ານັ້ນ ສ່ວນຄົນຖອດໃຈຈະເຫັນພຽງແຕ່ຄວາມມືດມົນ.

 

ແປຂ່າວຈາກ: ເດັກດີ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...