spot_img
HomeBaby-ແມ່ແລະເດັກເດັກນ້ອຍອາຍຸ 17ວັນ ຕໍ່ສູ້ກັບໂຣກລະບາດດ້ວຍຕົນເອງຈົນປອດໄພແຂງແຮງຈາກໂຄໂຣນາ

ເດັກນ້ອຍອາຍຸ 17ວັນ ຕໍ່ສູ້ກັບໂຣກລະບາດດ້ວຍຕົນເອງຈົນປອດໄພແຂງແຮງຈາກໂຄໂຣນາ

Published on

ເມື່ອວັນທີ 24 ກຸມພາ 2020 ເວັບໄຊເມໂທຣລາຍງານວ່າ ເດັກເກີດໃໝ່ເພດຍິງອາຍຸ 17 ວັນ ໃນເມືອງ ອູຮັ່ນ, ສປ ຈີນ ກາຍເປັນຜູ້ປ່ວຍຕິດເຊື້ອໂຄໂຣນາ ຫຼື ໂຄວິດ-19 ອາຍຸທີ່ນ້ອຍທີ່ສຸດທີ່ຫາຍຈາກໂຣກດັ່ງກ່າວ ສາມາດກັບເຮືອນໄດ້ດ້ວຍສຸຂະພາບແຂງແຮງ ແລະ ປອດເຊື້ອ ໂດຍບໍ່ຕ້ອງອາໃສການຮັກສາດ້ວຍຢາໃດໆ.

ລາຍງານເຜີຍໃຫ້ຮູ້ວ່າ ແມ່ຂອງເດັກເກີດໃໝ່ຄົນນີ້ເປັນຜູ້ປ່ວຍຕິດເຊື້ອໂຄວິດ-19 ເຊິ່ງໄດ້ເຂົ້າຮັກສາຕົວທີ່ໂຮງໝໍ ຫຼັງຈາກເກີດລູກແລ້ວກໍ່ໄດ້ຖືກນຳສົ່ງໄປໂຮງໝໍເດັກໃນເມືອງ ອູຮັ່ນ ກ່ອນທີ່ແພດຈະພົບວ່າ ເດັກເກີດໃໝ່ຄົນນີ້ຕິດເຊື້ອໄວຣັດໂຄວິດ-19. ນອກຈາກນີ້, ຍັງມີການຕິດເຊື້ອທີ່ລະບົບທາງເດີນຫາຍໃຈ ແລະ ມີການເສຍຫາຍເລັກໜ້ອຍທີ່ຫົວໃຈ ແຕ່ເນື່ອງຈາກວ່າອາການຂອງໂຣກບໍ່ປະກົດໃຫ້ເຫັນຊັດເຈນປານໃດ ແພດເລີຍໄດ້ຕັດສິນໃຈປ່ອຍໃຫ້ຮ່າງກາຍຂອງເດັກເກີດໃໝ່ຄົນນີ້ຕໍ່ສູ້ກັບເຊື້ອໄວຣັສດ້ວຍຕົວເອງ.

ນາຍແພດ ເຈິ້ງ ຫຼິງຄົງ ຈາກພະແນກເດັກໂຮງໝໍເດັກອູຮັ່ນ ໄດ້ເປີດເຜີຍກັບສຳນັກຂ່າວ CCTV ວ່າ ເດັກເກີດໃໝ່ຄົນນີ້ ບໍ່ມີອາການຫາຍໃຈລຳບາກແລ້ວ ລວມເຖິງບໍ່ມີອາການໄອ ຫຼື ມີໄຂ້ ແພດຈຶ່ງໃຫ້ການຮັກສາໃນສ່ວນກ່ຽວກັບກ້າມເນື້ອຫົວໃຈຂອງເດັກເທົ່ານັ້ນ ເຊິ່ງຕອນນີ້ ເດັກຄົນດັ່ງກ່າວ (ຊື່ນາງ ສຽວສ່ຽວ) ກໍ່ຫາຍດີຈາກພະຍາດໂຄວິດ-19 ແລະ ໂຣກຫົວໃຈແລ້ວ ສາມາດອອກຈາກໂຮງໝໍໄດ້ແລ້ວ ພ້ອມທັງມີສຸຂະພາບແຂງແຮງດີ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: hilight.kapook.com

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...