spot_img
Homeຂ່າວຕ່າງປະເທດເດັກນ້ອຍປະເທດອິນເດຍ ຫຼາຍກວ່າ 500 ຄົນ ກາຍເປັນເດັກກໍ່າພ້າ ຍ້ອນພໍ່ແມ່ເສຍຊີວິດຈາກໂຄວິດ-19

ເດັກນ້ອຍປະເທດອິນເດຍ ຫຼາຍກວ່າ 500 ຄົນ ກາຍເປັນເດັກກໍ່າພ້າ ຍ້ອນພໍ່ແມ່ເສຍຊີວິດຈາກໂຄວິດ-19

Published on

ການລະບາດຂອງເຊື້ອໂຄວິດ-19 ໃນປະເທດອິນເດຍເປັນສາເຫດເຮັດໃຫ້ເດັກນ້ອຍຫຼາຍພັນຄົນຕ້ອງສູນເສຍພໍ່ແມ່ ເຊິ່ງກາຍເປັນບັນຫາທີ່ອິນເດຍກໍາລັງປະເຊີນ ແລະ ອາດຈະນໍາໄປສູ່ບັນຫາການຖືກປະຖິ້ມ ແລະ ການລະເມີດສິດທິເດັກນ້ອຍໃນອະນາຄົດ.

 

ລັດຖະບານອິນເດຍເປີດເຜີຍວ່ານັບຕັ້ງແຕ່ມີການລະບາດຂອງໂຄວິດ-19 ເດັກນ້ອຍໃນປະເທດອິນເດຍຫຼາຍກວ່າ 577 ຄົນ ຕ້ອງກາຍເປັນເດັກກໍ່າພ້າເນື່ອງຈາກພໍ່ແມ່ເສຍຊີວິດຈາກການລະບາດຂອງໂຄວິດ-19 ໃນຮອບທີສອງ ທາງດ້ານລັດຖະມົນຕີກະຊວງການພັດທະນາແມ່ຍິງ ແລະ ເດັກນ້ອຍໄດ້ຮຽກຮ້ອງໃຫ້ປະຊາຊົນລາຍງານກໍລະນີທີ່ພົບເຫັນເດັກນ້ອຍທີ່ພໍ່ແມ່ເສຍຊີວິດໄປຍັງສາຍດ່ວນ ແລະ ໜ່ວຍງານທີ່ຮັບຜິດຊອບໃນພື້ນທີ່ໃຫ້ໄວທີ່ສຸດ.

ທ່ານ ຍາສະມິນ ຮາເຄ ເຈົ້າໜ້າທີ່ຈາກ  UNICEF ລະບຸວ່າ: “ເດັກນ້ອຍເຫຼົ່ານີ້ບໍ່ພຽງແຕ່ຈະຖືກປະຖີ້ມ ແຕ່ພວກເຂົາອາດຈະຕ້ອງພົບກັບບັນຫາການລະເມີດ ແລະ ຖືກເອົາລັດເອົາປຽບໃນອະນາຄົດ”

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...