spot_img
Homeຂ່າວພາຍ​ໃນເຊັນສັນຍາເຊົ່າດິນປະຊາຊົນ 150 ເຮັກຕາ ປູກຖົ່ວເຫຼືອງຟັກສົດຢູ່ແຂວງໄຊຍະບູລີ

ເຊັນສັນຍາເຊົ່າດິນປະຊາຊົນ 150 ເຮັກຕາ ປູກຖົ່ວເຫຼືອງຟັກສົດຢູ່ແຂວງໄຊຍະບູລີ

Published on

ລັດຖະບານລາວ ຮ່ວມມືກັບບໍລິສັດຈາກ ສປ ຈີນ ເຊັນສັນຍາເຊົ່າດິນນາຂອງປະຊາຊົນ ເພື່ອເຮັດໂຄງການປູກຖົ່ວເຫຼືອງຟັກສົດ ສົ່ງອອກໄປ ສປ ຈີນ.

ວັນທີ 9 ພຶດສະພາ 2023, ຫ້ອງວ່າການເມືອງ ເມືອງເງິນ ແຂວງໄຊຍະບູລີ ຈັດພິທີເຊັນສັນຍາໂຄງການປູກຖົ່ວເຫຼືອງຝັກສົດລະດູແລ້ງ ໃນຮູບແບບເຊົ່າດິນນາຂອງປະຊາຊົນ ເພື່ອເປັນສິນຄ້າສົ່ງອອກໄປ ສປ ຈີນ ລະຫວ່າງ ອົງການປົກຄອງເມືອງເງິນ ຕາງໜ້າໂດຍ ຫ້ອງການແຜນການ ແລະ ການລົງທຶນກັບ ບໍລິສັດ ຈູນລຽນໄຊນາ-ລາວ ຈຳກັດ; ມີ ທ່ານ ທອງພັນ ສຸກສະຫວັດ ຮອງເຈົ້າເມືອງໆເງິນ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດຂັ້ນເມືອງ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການບັນດາຂະແໜງການທີ່ກ່ຽວຂ້ອງຂອງເມືອງ, ນາຍບ້ານເທດສະບານເມືອງ ແລະ ຕາງໜ້າ ບໍລິສັດ ຈູນລຽນໄຊນາ-ລາວ ຈຳກັດ ເຂົ້າຮ່ວມ.

ທ່ານ ປິ່ນແກ້ວ ປ້ອງຄຳ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ໄດ້ກ່າວຈຸດປະສົງ ແລະ ຜ່ານຂໍ້ຕົກລົງຂອງ ທ່ານເຈົ້າເມືອງໆເງິນ ສະບັບເລກທີ 188/ຈມ,ມງ ລົງວັນທີ 9 ພຶດສະພາ 2023 ວ່າດ້ວຍ ການອະນຸຍາດໃຫ້ ບໍລິສັດ ຈູນລຽນໄຊນາ-ລາວ ຈຳກັດ ປູກຖົ່ວເຫຼືອງຝັກສົດລະດູແລ້ງ ໃນທ້າຍປີ 2023 ຫາຕົ້ນປີ 2024 ໃນຮູບແບບເຊົ່າດິນນາຂອງປະຊາຊົນ ເພື່ອເປັນສິນຄ້າສົ່ງອອກໄປ ສປ ຈີນ.

ພ້ອມນັ້ນ, ກໍໄດ້ຮ່ວມກັນຄົ້ນຄວ້າປຶກສາຫາລືປະກອບຄຳຄິດເຫັນໃສ່ຮ່າງສັນຍາ ໃນການສຳປະທານເຊົ່າເນື້ອທີ່ນາຂອງປະຊາຊົນ ຢູ່ໃນ 7 ບ້ານເທດສະບານເມືອງ ເນື້ອທີ່ທັງໝົດ 150 ເຮັກຕາ ມູນຄ່າການລົງທຶນທັງໝົດ 2.562.000 ໂດລາສະຫະລັດ, ເຊິ່ງຢູ່ໃນກໍານົດເວລາ 6 ເດືອນ (ນັບແຕ່ເດືອນຕຸລາ 2023 ຫາເດືອນ ມີນາ 2024).

ຈາກນັ້ນ, ທ່ານ ປິ່ນແກ້ວ ປ້ອງຄຳ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນ ຕາງໜ້າອົງການປົກຄອງເມືອງເງິນ ແລະ ທ່ານ ກິວຊີຈູນ ປະທານບໍລິສັດ ຈູນລຽນໄຊນາ-ລາວ ຈຳກັດ ກໍໄດ້ຮ່ວມກັນເຊັນສັນຍາໂຄງການປູກຖົ່ວເຫຼືອງຝັກສົດລະດູແລ້ງ ໃນຮູບແບບເຊົ່າດິນນາຂອງປະຊາຊົນ ເພື່ອເປັນສິນຄ້າສົ່ງອອກໄປ ສປ ຈີນ ຢ່າງເປັນທາງການໂດຍຊ່ອງໜ້າ ທ່ານ ທອງພັນ ສຸກສະຫວັດ ຮອງເຈົ້າເມືອງໆເງິນ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.

ແຫຼ່ງຂ່າວຈາກ ຄວາມສະຫງົບ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...