ສະຫະພັນບານເຕະແຫ່ງ ປະເທດອັງກິດ ປະກາດໂປຣແກຣມການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ລະດູການ 2015-2016 ອອກມາເປັນທີ່ຮຽບຮ້ອຍແລ້ວ ໂດຍຈະເລີ່ມປະເດີມສະໜາມນັດ ທຳອິດ ໃນວັນທີ 8 ສິງຫາ 2015.
ສຳລັບເກມທຳອິດໃນລະດູ ການໃໝ່ຂອງສະໂມສອນ ເຊລຊີ ແຊ້ມເກົ່າ ຈະເປີດສະໜາມສະແຕມຟອດ ບຣິດ ຕ້ອນຮັບການມາຢາມຂອງສະໂມສອນ ສະວອນຊີ ຊິຕີ ສ່ວນແມນເຊັສເຕີ ຊິຕີ ທີມຮອງແຊ້ມ ຈະອອກໄປຢາມ ເວສ ບຣອມວິຊ ອັລບຽນ.
ໃນຂະນະທີ່ ອາເຊນອນ ທີມ ອັນດັບ 3 ຈະເປີດສະໜາມ ເອ ມິເຣດ ພົບກັບ ເວສແຮມ ຢູໄນເຕັດ ສ່ວນ ລິເວີພູ ຈະອອກໄປຢາມ ສະໂຕ໊ກ ຊິຕີ ໂດຍເກມດັ່ງກ່າວ ລິເວີພູ ຈະສາມາດລ້າງຕາ ສະໂຕ໊ກ ໄດ້ຫຼືບໍ່ຫຼັງຈາກລະດູການທີ່ຜ່ານມາ ສະໂຕ໊ກ ຝາກຮອຍແຜອັນເຈັບປວດໃນນັດສົ່ງທ້າຍລະດູການດ້ວຍການຖະຫຼົ່ມ ລິເວີພູ ໄປ ເຖິງ 6-1 ປະຕູ.
ທັງນີ້, ຄູ່ບິກແມ໊ດຊ໌ຕ້ອງຍົກໃຫ້ກັບຄູ່ລະຫວ່າງສະໂມສອນ ແມນເຊັສເຕີ ຢູໄນເຕັດ ເປີດສະໜາມໂອລແທຣ໊ຟຟອດ ຕ້ອນຮັບການມາຢາມຂອງສະໂມສອນ ທ໊ອດແນມ ຮ໊ອດສະເປີ.
ແລະການແຂ່ງຂັນຄູ່ອື່ນໆມີດັ່ງນີ້: ບອນມັດ ພົບ ແອສຕັນ ວິລລາ, ເອັຟເວີຕັນ ພົບ ວັດຟອດ, ເລສເຕີ ຊິຕີ ພົບ ຊັນເດີແລນ, ນິວຄາສເຊິນ ພົບ ເຊົາແທມຕັນ, ນໍຣິຊ ຊິຕີ ພົບ ຄຣິສຕັນ ພາເລຊ .