spot_img
Homeຂ່າວທ້ອງຖິ່ນເຊກອງ ວາງ 4 ແຜນງານບູລິມະສິດ ການພັດທະນາແຂວງ ສົກປີ 2016-2017

ເຊກອງ ວາງ 4 ແຜນງານບູລິມະສິດ ການພັດທະນາແຂວງ ສົກປີ 2016-2017

Published on

ຂປລ. ທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງເຊກອງ ໄດ້ລາຍງານຕໍ່ ອະດີດປະທານປະເທດ ​ໂອກາດ​ລົງເຄື່ອນໄຫວ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ ໃນທ້າຍອາທິດຜ່ານມານີ້ວ່າ: ຄະນະພັກແຂວງເຊກອງ ໄດ້ວາງທິດທາງແຜນການໃນຊຸມປີຕໍ່ໜ້າ​ ໂດຍສຸມໃສ່ 4 ແຜນງານໃຫຍ່ທີ່​ເປັນບູລິມະສິດຂອງແຂວງ ແລະ ໜຶ່ງວຽກປິ່ນອ້ອມ ໃນການພັດທະນາເສດຖະກິດ-ສັງຄົມ ທັງແກ້ໄຂຄວາມທຸກຍາກຂອງປະຊາຊົນໃນ ສົກປີ 2016-2017 ກໍຄືຍຸດທະສາດແຕ່ນີ້ຮອດ 2020 ດັ່ງ​ນີ້.

ສືບຕໍ່ແກ້ໄຂຄວາມທຸກຍາກ ຕ້ອງໄດ້ສຸມທຶນຮອນ, ແຜນງານ, ແຜນຄົນ, ແຜນງົບປະມານໃສ່ ເຂດຫ່າງໄກສອກຫລີກ ທຸລະກັນດານ, ເຂດພື້ນຖານການປະຕິວັດ ຂອງສອງເມືອງພູດອຍ (ກະລຶມ ແລະ ດາກຈຶງ) ເປັນ​ຕົ້ນ ທີ່ຢູ່ອາ​ໄສບ່ອນທຳມາຫາກິນ, ສ້າງໂຄງການຂະໜາດນ້ອຍ ແລະ ກາງ, ທັງສົ່ງເສີມ ການປູກ-ການລ້ຽງ ເພື່ອໃຫ້ສາມາດເພິ່ງຕົນເອງ, ກຸ້ມຕົນເອງດ້ານສະບຽງອາຫານ ໃຫ້ພຽງພໍຕະຫລອດປີ, ເຮັດໃຫ້ລູກຫລານ​ ໄດ້ເຂົ້າເຖິງການສຶກສາ, ສາທາລະນະສຸກ ເພື່ອສ້າງພື້ນຖານການ​ດຳລົງຊີວິດທີ່ດີ ​ແລະ ກ້າວໄປເຖິງການຜະລິດເປັນສິນຄ້າ; ຍົກສູງສະມັດຕະພາບຂອງການຜະລິດ ຕິດພັນກັບຂະບວນການຜະລິດເປັນສິນຄ້າ ເພື່ອຮັບປະກັນໃນການທຳມາຫາກິນ ​ແລະ ມີອາຊີບທີ່ໝັ້ນຄົງ ​ໂດຍການສະໜອງແນວພັນ ​ແລະ ເຕັກນິກວິທະຍາສາດ ເຂົ້າໃນການປູກ-ການລ້ຽງ, ການປັບປຸງ ແລະ ຈັດສັນດິນ ການຜະລິດຄືນໃໝ່ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ສ້າງ​ນັກວິຊາການ ທີ່ມີບົດຮຽນ- ປະສົບການ ນຳພາປະຊາຊົນເຮັດຕົວຈິງ, ທັງຮັບປະກັນລາຄາ ແລະ ການຕະຫລາດ; ສົ່ງເສີມການທ່ອງທ່ຽວກະສິກຳ, ວັດທະນະທຳ, ປະຫວັດສາດ ແລະ ທ່ອງທ່ຽວທຳມະຊາດ ຕາມແລວສາຍທາງຕາເວັນອອກ-ຕາເວັນຕົກ ຕາມເສັ້ນທາງຫລວງແຫ່ງຊາດ ອອກສູ່ທະເລດາໜັງ ສສ ຫວຽດນາມ ເພື່ອສ້າງຜົນປະໂຫຍດສູງສຸດແກ່ປະຊາຊົນ.

ສິ່ງ​ສຳຄັນຕ້ອງແກ້ໄຂບັນຫາທີ່ເປັນພື້ນຖານໂຄງລ່າງ ຢູ່​ເຂດຈຸດສຸມ, ເຂດຍຸດທະສາດຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ x ຂອງພັກ ແລະ ມະຕິ 9 ຂອງອົງຄະນະພັກແຂວງວາງອອກ ແຕ່ນີ້ຮອດປີ 2020 ໃຫ້ປະເທດຊາດຫລຸດພົ້ນອອກຈາກ ປະເທດດ້ອຍພັດທະນາ, ສະນັ້ນ, ແຂວງ​ເຊ​ກອງ ຕ້ອງແກ້ໄຂຄວາມທຸກຍາກ ໃຫ້ໄດ້ໂດຍພື້ນຖານ ເພື່ອສ້າງຄວາມໝັ້ນຄົງຍືນຍົງໃຫ້ແກ່ປະຊາຊົນໃນທຸກ​ດ້ານ.
ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...