spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມເຈົ້າ​ໜ້າ​ທີ່ສັດ​ຕະ​ວະ​ແພດ ​ເຂົ້າ​ກວດ​ຍຶດ ແລະ ທຳ­ລາຍ​ປາ​ໝຶກແຊ່​ຟໍ​ມາ​ຣິນ ຢູ່​ເມືອງ​ນາ​ຊາຍ​ທອງ!

ເຈົ້າ​ໜ້າ​ທີ່ສັດ​ຕະ​ວະ​ແພດ ​ເຂົ້າ​ກວດ​ຍຶດ ແລະ ທຳ­ລາຍ​ປາ​ໝຶກແຊ່​ຟໍ​ມາ​ຣິນ ຢູ່​ເມືອງ​ນາ​ຊາຍ​ທອງ!

Published on

20150513143252

ເຈົ້າ​ໜ້າ­ທີ່​ສັດ­ຕະ­ວະ­ແພດ ຂະ­ແໜງ​ລ້ຽງ­ສັດ ແລະ ການ​ປະມົງ​ນະ­ຄອນ­ຫຼວງ​ວຽງ​ຈັນ ສົມ­ທົບກັບ​ໜ່ວຍ​ງານ​ລ້ຽງ­ສັດ ແລະ ການ​ປະ­ມົງ ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້ ເມືອງ​ນາຊາຍ​ທອງ ແລະ ອຳ­ນາດ​ການ​ປົກ­ຄອງ​ບ້ານນາ​ງ່າ ລົງ​ຕິດ­ຕາມ ແລະ ກວດກາ​ສະ­ຖານ­ທີ່ຜະ­ລິດ ປຸງ​ແຕ່ງ​ຜະລິດ​ຕະ​ພັນ​ປາ​ມຶກ​ແຊ່ ຢູ່​ບ້ານ​ນາງ່າ ວັນ​ທີ 5 ພຶດ­ສະ­ພາ 2015 ເຊິ່ງຜ່ານ​ການ​ກວດ­ກາ​ໄດ້​ພົບເຫັນ​ຜະ­ລິດ​ຕະ​ພັນ​ປາ​ມຶກ 458 ກິ​ໂລ ໃນ​ນັ້ນມີ​ປາ​ມຶກ​ທີ່​ແຊ່​ທີ່ປົນ​ເປື້ອນ​ສານ​ຟໍ​ມາ​ຣິນ (Formalin) 318 ກິ​ໂລ ປາ​ມຶກ​ແຊ່​ນ້ຳທຳ​ມະ​ດາ 50 ກິ​ໂລ ແລະ ປາມຶກ​ແຫ້ງ 90 ກິ​ໂລ ເຊິ່ງ​ເປັນຂອງ​ແມ່​ຄ້າ​ຢູ່​ບ້ານ​ດັ່ງ­ກ່າວ.

ອີງ​ຕາມ​ການ​ບອກ­ເລົ່າ​ຂອງເຈົ້າ​ຂອງ​ສິນ­ຄ້າ​ໃຫ້​ຮູ້​ວ່າ: ປາ​ມຶກຈຳ­ນວນ​ດັ່ງ​ກາວ​ແມ່ນ​ມາຈາກປະ­ເທດ​ຫວຽດ­ນາມ ເຊິ່ງ​ແມ່ນຄົນ​ຫວຽດ­ນາມ​ ມາ​ສົ່ງ​ໃຫ້​ກັບ​ຕົນ ຫຼັງ​ຈາກ​ນັ້ນ ຕົນ​ເອງຈຶ່ງ​ນຳ​ມາປຸງ​ແຕ່ງ​ເປັນ​ປາ​ມຶກ​ແຊ່ ໂດຍການ​ໃຊ້ Formalin ປະ­ສົມ​ກັບນ້ຳ​ແຊ່​ປາ​ມຶກ​ເພື່ອໃຫ້​ເກັບ​ຮັກສາ​ໄວ້​ໄດ້​ດົນແລ້ວ ​ຈຶ່ງ​ນຳ­ໄປ​ສົ່ງໃຫ້​ລູກ​ຄ້າ​ຕາມ​ຕະ­ຫຼາດ​ຕ່າງໆໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ.

ຜ່ານ​ການ​ກວດ­ກາ​ຕົວ​ຈິງເຫັນ​ວ່າ ຜະ­ລິດ​ຕະ​ພັນ​ດັ່ງ­ກ່າວແມ່ນ​ພົບ​ສານ​ເຄ​ມີ​ປົນ​ເປື້ອນ ແລະ ບໍ່​ສາ­ມາດ​ບໍ­ລິ­ໂພກ​ໄດ້ ເພາະ​ຈະ​ເປັນ​ອັນ­ຕະ­ລາຍ​ຕໍ່​ສຸ​ຂະພາບ​ຂອງ​ຜູ້​ບໍ­ລິ­ໂພກ ດັ່ງ­ນັ້ນ ເຈົ້າໜ້າ­ທີ່​ກ່ຽວ­ຂ້ອງ​ຈຶ່ງ​ໄດ້​ນຳ​ຜະ­ລິດຕະ​ພັນ​ດັ່ງ­ກ່າວ​ມາ​ທຳ­ລາຍ​ຖິ້ມ ດ້ວຍ​ການ​ຝັງ ໃນ​ວັນ​ດຽວ​ກັນ​ນັ້ນ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...