spot_img
Homeຂ່າວຢາເສບຕິດເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ຢຶດຢາເສບຕິດປະເພດຢາໄອສ໌ ໄດ້ 48 ເປົາ

ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ຢຶດຢາເສບຕິດປະເພດຢາໄອສ໌ ໄດ້ 48 ເປົາ

Published on

ອີງຕາມການລາຍງານເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ 15 ພຶດສະພາ 2023 ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ໄດ້ຮັບຂໍ້ມູນຈາກພົນລະເມືອງດີ ວ່າຈະມີການຂົນສົ່ງຢາເສບຕິດຈາກປະເທດເພື່ອນບ້ານມາເທດສະບານເມືອງຕົ້ນເຜິ້ງ, ປກສ ເມືອງຕົ້ນເຜິ້ງ ຈິ່ງໄດ້ປະສານຫາ ປກສ ແຂວງ ສົມທົບກັນເຂົ້າສະກັດເປົ້າໝາຍສາມາດຢຶດຢາເສບຕິດ ປະເພດຢາໄອສ໌ ໄດ້ 48 ເປົາ ເທົ່າກັບ 1.436 ຫໍ່ ນໍ້າໜັກລວມ 1.436 ກິໂລກຼາມ ພ້ອມລົດກະບະວີໂກ 2 ຄັນບໍ່ຕິດປ້າຍທະບຽນ ແລະ ພົບປ້າຍທະບຽນລົດ 2 ຄູ່. ສ່ວນຜູ້ຂັບຂີ່ເອົາຕົວຫຼົບໜີ.


ປັດຈຸບັນເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວນ ຫາຜູ້ກະຜິດມາດຳເນີນຄະດີ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...