spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ ນວ 400 ກວ່າ​ສະ​ຫາຍ ເຂົ້າປ້ອງກັນຄວາມ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ບຸນປີໃໝ່ລາວ

ເຈົ້າໜ້າທີ່ ນວ 400 ກວ່າ​ສະ​ຫາຍ ເຂົ້າປ້ອງກັນຄວາມ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ບຸນປີໃໝ່ລາວ

Published on

ຈາລະຈອນນະຄອນຫຼວງວຽງຈັນ ກຽມພ້ອມຮອບດ້ານ ພ້ອມຮັບປະກັນການສັນຈອນໃນໄລຍະບຸນປີໃໝ່ລາວໃຫ້ມີຄວາມເປັນລະບຽບຮຽບຮ້ອຍ.

ພະແນກຈະລາຈອນ ນວ ມີແຜນວາງກຳລັງປະຈຳຈຸດຕ່າງໆ ເພື່ອເຮັດໃຫ້ຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງ ພ້ອມຮຽກຮ້ອງໃຫ້ບັນດານັກຂັບຂີ່ ປະຕິບັດຕາມແຈ້ງການຄຳສັ່ງ ໂດຍສະເພາະການປະຕິບັດລະບຽບການສັນຈອນຢ່າງເຂັ້ມງວດ ເພື່ອຫຼຸດຜ່ອນການເກີດອຸບັດຕິເຫດໃນໄລຍະບຸນປີໃໝ່ລາວ.

ທ່ານ ພັທ ວິໄລພົງ ສະເໜ່ຫາ ຫົວໜ້າພະແນກຕຳຫຼວດຈະລາຈອນ  ນວ ໄດ້ຊີ້ແຈງກ່ຽວກັບການກະກຽມຄວາມພ້ອມຮັບໃຊ້ໃນໄລຍະບຸນປີໃໝ່ລາວ ພສ 2566 ໄດ້ກ່າວວ່າ: ການກຽມພ້ອມປ້ອງກັນໃນໄລຍະນີ້ ສະເພາະກຳລັງຕຳຫຼວດຈະລາຈອນ ມີ 500 ກວ່າສະຫາຍ ໃນການປ້ອງກັນນີ້ ມີ 480 ກວ່າສະຫາຍ ແລະ ໄດ້ມີຕຳຫຼວດປະຈຳຢູ່ຕາມວັດ ຫຼື ສະຖານີ່ສຳຄັນຕ່າງໆ ຢູ່ໃນນະຄອນຫຼວງ ມີ 9 ແຫ່ງ.

ນອກນັ້ນກໍໄດ້ແບ່ງໄປແຕ່ລະຈຸດ ເພື່ອອຳນວຍຄວາມສະດວກໃຫ້ແກ່ຍານພະຫະນະ ແລະ ມວນຊົນທີ່ມາຫຼິ້ນບຸນປີໃໝ່ ພ້ອມທັງໄດ້ຕັ້ງຈຸດກວດກາທັງໝົດ 6 ຈຸດ ໃນນັ້ນມີ 5 ຈຸດທີ່ຢູ່ຕະຫຼອດ 24 ຊົ່ວໂມງ ເປັນດ່ານເຂົ້າອອກລະຫວ່າງແຂວງຫາແຂວງ.

ການກະກຽມນີ້  ຈະໄດ້ສ້າງກິດຈະກຳ ໂດຍສະເພາະໄດ້ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງ ນວ, ບໍລິສັດນິວຈິບເຊັງ ຈະໄດ້ເປີດຂະບວນຄາລະວານ ໃນການຂັບຂີ່ປອດໄພ ໂດຍມີນັກຮຽນເຂົ້າຮ່ວມ ປະມານ 150 ກວ່າຄົນ ເຊິ່ງນ້ອງນັກຮຽນນັ້ນ ຈະໄດ້ຂັບຂີ່ລົດຈັກ ອ້ອມນະຄອນຫຼວງໃນວັນທີ 8 ເມສາ ທີ່ຈະມາເຖິງນີ້ ເພື່ອໂຄສະນາປູກຈິດສຳນຶກຄວາມປອດໄພໃນຊ່ວງບຸນປີໃໝ່ ນອກນັ້ນກໍມີການບັນຈຸກຳລັງຢູ່ສະຖານີສາຍໃຕ້ ແລະ ສາຍເໜືອ ເພື່ອໂຄສະນາສຶກສາອົບຮົມໃຫ້ແກ່ນັກຂັບຂີ່ ການນຳໃຊ້ເສັ້ນທາງ ແລະ ປ້ອງກັນການເກີດອຸບັດຕິເຫດ ເຊິ່ງມີການຕັ້ງຈຸດກວດກາຄວາມໄວ ທາດເຫຼົ້າຂອງຜູ້ຂັບຂີ່ ຖ້າພົບເຫັນ ຫຼື ລະເມີດ ກໍຈະຖືກປັບໄໝຕາມລະບຽບກົດໝາຍທີ່ວາງອອກ.

ສະເພາະທິດທາງຂອງການສັນຈອນ ໃນຂອບເຂດທີ່ມີການຈັດສັນໃນເມືອງຈັນທະບູລີ ທາງເຈົ້າໜ້າທີ່ຈະໄດ້ປິດເສັ້ນທາງເພື່ອມວນຊົນໄດ້ເຂົ້າຫຼິ້ນຢ່າງປອດໄພ ເປັນຕົ້ນແມ່ນເສັ້ນທາງຖະໜົນແຫ່ງບຸນ ກໍມີການສະແດງສິນຄ້າຫຼາຍຢ່າງ, ເສັ້ນທາງທີ 2 ແມ່ນເສັ້ນທາງເສດຖາທິລາດ ຕັ້ງແຕ່ໄຟແດງຫຼັກ 1 ໄປຫານ້ຳພຸ ຈະໄດ້ປິດຕັ້ງແຕ່ ວັນທີ 14-16 ເມສາ ເລິ່ມແຕ່ 12 ໂມງເປັນຕົ້ນໄປ.

ຍັງຂໍຮຽກຮ້ອງໃຫ້ຜູ້ສັນຈອນຖ້າວ່າບໍ່ມີຈຸດປະສົງມາທ່ຽວງານ ໃຫ້ບັນດາຜູ້ຂັບຂີ່ນຳໃຊ້ເສັ້ນທາງແຄມຂອງ ທີ່ຈະເປີດຕະຫຼອດ ແລະ ຫຼີກລ່ຽງໄປເສັ້ນທາງທີ່ມີມວນຊົນເຂົ້າຫຼິ້ນຫຼາຍ.

ເມື່ອສົມທຽບກັບປີທີ່ຜ່ານມາ ປີນີ້ຖືວ່າມີອຸບັດຕິເຫດຫຼາຍຂຶ້ນ ເພື່ອປ້ອງກັນການເກີດອຸບັດຕິເຫດຈະໄດ້ສຸມທຸກກຳລັງພ້ອມກັນການເກີດອຸບດຕິເຫດ.

ໃນມື້ແຫ່ພະພຸດທະຮູບ ເຈົ້າໜ້າທີ່ຈະໄດ້ປິດຕັ້ງແຕ່ເຂດນ້ຳພຸ ຈົນເຖິງ ໂຮງແຮງລ້ານຊ້າງ ທະນາຄານການຄ້າ ວົງວຽນໂຮງຮຽນປ່າປາສັກ ອ້ອມໄປຫາວັດອິນແປງ ຈະໄດ້ປິດເປັນໄລຍະສະເພາະເສັ້ນທາງນີ້.

ທ້າຍນີ້ ຂໍຮຽກຮ້ອງໃຫ້ບັນດາຜູ້ຂັບຂີ່ຫຼີກລ່ຽງສິ່ງທີ່ຈະເຮັດໃຫ້ເກີດອຸບັດຕິເຫດ ເມົາບໍ່ຂັບ.

ທີ່ມາ VientianeMai

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...