spot_img
Homeຂ່າວທ້ອງຖິ່ນເຈົ້າໜ້າທີ່ເລັ່ງຄົ້ນຫາຜູ້ເສຍຊີວິດ ແລະ ຫາຍສາບສູນຈາກເຫດນໍ້າປ່າໄຫຼຫຼາກທີ່ຫຼວງພະບາງ

ເຈົ້າໜ້າທີ່ເລັ່ງຄົ້ນຫາຜູ້ເສຍຊີວິດ ແລະ ຫາຍສາບສູນຈາກເຫດນໍ້າປ່າໄຫຼຫຼາກທີ່ຫຼວງພະບາງ

Published on

ໜັງສືພິມວຽງຈັນທາມລາຍງານ ເມື່ອວັນທີ 25 ເມສາ ທີ່ຜ່ານມາວ່າ ມີຜູ້ເສຍຊີວິດ 4 ຄົນ, ຫາຍສາບສູນ 3 ຄົນ ແລະ ບາດເຈັບ 1 ຄົນ ຈາກເຫດນໍ້າປ່າໄຫຼຫຼາກ ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງ ທີ່ເມືອງ ຊຽງເງິນ ແຂວງ ຫຼວງພະບາງ ໃນເວລາປະມານ 8 ໂມງເຊົ້າຂອງວັນທີ 24 ເມສາ 2020 ທີ່ຜ່ານມາ.

ທ່ານ ພັນຕີ ວຽງເພັດ ພັນທະວົງ ນັກຂ່າວ ທີ່ປະຈຳຢູ່ກອງບັນຊາການທະຫານເມືອງ ຊຽງເງິນ ແຂວງ ຫຼວງພະບາງ ໄດ້ລາຍງານໃຫ້ຮູ້ວ່າ: ປະຊາຊົນບ້ານ ກີ່ວຕະລຸ່ນ 1 ເຂດກີ່ວກະຈຳ ເມືອງ ຊຽງເງິນ ແຂວງ ຫຼວງພະບາງ ເສຍຊີວິດຍ້ອນນໍ້າປ່າໄຫຼແຮງພັດຊຸ ເອົາປະຊາຊົນທີ່ພັກຢູ່ຕູບໄຮ່ ຈຳນວນ 2 ຄອບຄົວ ລວມມີ 10 ຄົນ ທີ່ໄປນອນໄຮ່ ຖືກນໍ້າປ່າໄຫຼຊຸພັດເອົາຈຶ່ງເກີດເຫດສູນເສຍດັ່ງກ່າວ.

ເຫດດັ່ງກ່າວເຮັດໃຫ້ມີຜູ້ບາດເຈັບ 1 ຄົນ ເປັນເພດຊາຍ, ເສຍຊີວິດ 4 ຄົນ ເປັນເພດຍິງ ແລະ ຫາຍສາບສູນ 3 ຄົນ, ເພດຍິງ 2 ຄົນ ແລະ ເພດຊາຍ 1 ຄົນ. ປະຈຸບັນເຈົ້າໜ້າທີ່ທະຫານເມືອງ ຊຽງເງິນ ຈຳນວນ 15 ຄົນ ໂດຍການຊີ້ນຳ-ນຳພາຂອງ ທ່ານ ພັນໂທ ທອງພັນ ບຸນທຳ ຮອງຫົວໜ້າການທະຫານກອງບັນຊາການທະຫານເມືອງຊຽງເງິນ ໄດ້ສົມທົມກັບເຈົ້າໜ້າທີ່ ກຸ່ມກີ່ວກະຈຳ ພວມສືບຕໍ່ເລັ່ງຄົ້ນຫາຄົນທີ່ຫາຍສາບສູນດັ່ງກ່າວ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...