ເຈົ້າໜ້າທີ່ລາວ ຈັບກຸມຕົວ “ສີສຸກ ດາວເຮືອງ” ເຈົ້າພໍ່ຄ້າຢາເສບຕິດລາຍໃຫຍ່

ລາຍງານຈາກ TNN Thailand ໃຫ້ຮູ້ວ່າ ໃນວັນທີ 2 ພຶດສະພາ 2017 ເຈົ້າໜ້າທີ່ໄທ ໄດ້ປະຕິບັດການໃຫຍ່ ພ້ອມກັນ ທົ່ວປະເທດ ເພື່ອ ຄົ້ນກວດ ເປົ້າໝາຍ ທົ່ວປະເທດ ພ້ອມກັນ. ໃນນີ້ ແມ່ນເຂດ ແຂວງອຸດອນ 15 ຈຸດ ແລະ ບ່ອນອື່ນໆ ອີກ 31 ຈຸດ.
ຫຼ້າສຸດ ການຄົ້ນເຮືອນທີ່ອຸດອນ ໂດຍໃຊ້ກຳລັງ ເຈົ້າໜ້າທີ 50 ກວ່າຄົນ ບຸກຄົ້ນ ພົບ ແລະ ຍຶດລົດຫຼູ 2 ຄັນ ທີ່ຍັງບໍ່ມີທະບຽນ.
ການຈັບກຸມຂອງເຈົ້າໜ້າທີ່ລາວ ຂໍ້ມູນຈາກ ກອງປາບປາມຢາເສບຕິດ ລາຍງາຍວ່າ ໄດ້ມີການຈັບຕົວ ຜູ່ຕ້ອງສົງໄສ ໃນຄະດີຢາເສບຕິດ ເຄືອຂ່າຍໄຊຊະນະ ຄື ທ້າວ ສີສຸກ ດາວເຮືອງ ຫຼື ທ້າວ ເຕື່ອງ ທີ່ຫຼວງພະບາງ ໃນຕອນບ່າຍວັນທີ 1/4/2017.

ວິດີໂອຈາກ:​ TNN 24