spot_img
Homeຂ່າວທ້ອງຖິ່ນເຈົ້າໜ້າທີ່ຄຳມ່ວນ ມອບລົດຖືກລັກລອບຂ້າມປະເທດຄືນໃຫ້ເຈົ້າຂອງເດີມ

ເຈົ້າໜ້າທີ່ຄຳມ່ວນ ມອບລົດຖືກລັກລອບຂ້າມປະເທດຄືນໃຫ້ເຈົ້າຂອງເດີມ

Published on

ວັນທີ 2 ກັນຍາຜ່ານມານີ້ ເຈົ້າໜ້າທີ່ ສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ ໄດ້ນຳລົດຍີ່ຫໍ້ TOYOTA FORTUNER ສີຂາວເລກຈັກ 1KD-U 132394, ເລກຖັງ MROZZ 69G403116981 ທີ່ຖືກຄົນຮ້າຍລັກລອບຂ້າມປະເທດສົ່ງຄືນໃຫ້ ແກ່ເຈົ້າຂອງເດີມ ຊຶ່ງແມ່ນນາງ ປັດທະມາພອນ ຕຽງນິນ (ຫຼື ນາງ ຕຸກ) ອາຍຸ 42 ປີ, ເຊື້ອຊາດໄທ, ສັນຊາດໄທ, ອາຊີບຄ້າຂາຍ. ປະຈຸບັນຢູ່ບ້ານໜອງປື ເມືອງບາງລະມຸງ ແຂວງຊົນບູລີ ປະເທດໄທ ຊຶ່ງລົດຄັນດັ່ງກ່າວແມ່ນຖືກຄົນຮ້າຍລັກເອົາໄປໃນວັນທີ 18 ພຶດສະພາ 2016 ຈາກນັ້ນ ນາງ ຕຸກ ຈິ່ງໄດ້ແຈ້ງທາງເຈົ້າໜ້າທີ່ໆກ່ຽວຂ້ອງເພື່ອຕິດຕາມ ແລະກວດກາລົດ. ຫຼັງຈາກຕິດຕາມມາໄດ້ໄລຍະໜຶ່ງ ເຈົ້າໜ້າທີ່ຝ່າຍສືບສວນ-ສອບສວນກໍໄດ້ກັກ ແລະເກັບກູ້ຄືນໃນ ວັນທີ 22 ມິຖຸນາ 2016 ແຕ່ລົດແມ່ນໄດ້ມີການດັດແປງເລກຈັກ, ເລກຖັງ, ຍ້າຍພວງມະໄລຈາກເບື້ອງຂວາມາຢູ່ເບື້ອງຊ້າຍມື. ຜ່ານການກວດກາຂອງເຈົ້າໜ້າທີ່ຢ່າງລະອຽດ, ຊັດເຈນ ແລະພາວະວິໄສ ລົດຄັນດັ່ງກ່າວແມ່ນລົດຂອງນາງ ຕຸກ ຢ່າງແທ້ຈິງ ດັ່ງນັ້ນຈຶ່ງໄດ້ມອບຄືນໃຫ້ແກ່ເຈົ້າຂອງເດີມ.

ຊຶ່ງເຂົ້າຮ່ວມໃນພິທີມອບ-ຮັບໃນ ຄັ້ງນີ້ມີ ທ່ານ ວັນນະວົງ ວົງພະຈັນ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງຄຳມ່ວນ, ມີເຈົ້າໜ້າທີ່, ຄະນະພົວພັນຕ່າງປະເທດ ແລະພາກສ່ວນທີ່ກ່ຽວຂ້ອງຈາກທັງສອງຝ່າຍລາວ ແລະໄທເຂົ້າຮ່ວມເປັນສັກຂີພິຍານ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...