spot_img
Homeຂ່າວທ້ອງຖິ່ນເຈົ້າໜ້າທີ່ກຽມຄວາມພ້ອມເກັບຕົວຢ່າງຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເບີ 59 ແລະ 60

ເຈົ້າໜ້າທີ່ກຽມຄວາມພ້ອມເກັບຕົວຢ່າງຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເບີ 59 ແລະ 60

Published on

ອີງຕາມການລາຍງານຂ່າວ ວິທະຍຸກະຈາຍສຽງແຫ່ງຊາດ ໃຫ້ຮູ້ວ່າ ໃນວັນທີ 21 ເມສາ 2021 ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າຄະນະສະເພາະກິດໂຄວິດ-19 ພ້ອມຄະນະ ໄດ້ລົງເຄື່ອນໄຫວກວດກາສະຖານທີ່ກະກຽມໃຫ້ແກ່ການກວດຄັດກອງ ເກັບຕົວຢ່າງຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເບີ 59 ແລະ 60.

ສໍາລັບສະຖານທີ່ກຳນົດໃຫ້ບໍລິການ ມີຈຸດເມືອງຈັນທະບູລີ ກຳນົດເອົາສະໂມສອນສະໜາມກິລາເຈົ້າອານຸວົງ ເຂົ້າເບື້ອງຕະຫຼາດວັງທອງ (ຮ້ານອາຫານລາວເດີມ) ເມືອງໄຊເສດຖາ ກຳນົດເອົາຈຸດໂຮງຮຽນມັດທະຍົມ ມິດຕະພາບ ລາວ-ຫວຽດ ເມືອງສີສັດຕະນາກກໍານົດຢູ່ຈຸດສະໂມສອນກິລາຮົ່ມບຶງຂະຫຍອງ ເມືອງສີໂຄດຕະບອງ ກຳນົດເອົາໂຮງຮຽນ ມສ ມິດຕະພາບໂຮ່ຈີມິງ (ມສ ສີໂຄດ) ນອກນີ້ ຍັງກຳນົດເອົາໂຮງໝໍມິດຕະພາບ ແລະ ໂຮງໝໍເຊດຖາທິຣາດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...