spot_img
Homeຂ່າວທ້ອງຖິ່ນເຈົ້າໜ້າທີ່ການຄ້າແຂວງສະຫວັນນະເຂດທຳລາຍຊີ້ນໝູນຳເຂົ້າຜິດກົດໝາຍ 2 ພັນກວ່າກິໂລກຣາມ

ເຈົ້າໜ້າທີ່ການຄ້າແຂວງສະຫວັນນະເຂດທຳລາຍຊີ້ນໝູນຳເຂົ້າຜິດກົດໝາຍ 2 ພັນກວ່າກິໂລກຣາມ

Published on

ໜັງສືພິມສະຫວັນພັດທະນາລາຍງານໃຫ້ຮູ້ວ່າ ໃນຕອນເຊົ້າຂອງວັນທີ 6 ພຶດສະພາທີ່ຜ່ານມາ ເຈົ້າໜ້າທີ່ກວດກາການຄ້າ ຫ້ອງການອຸດສາຫະກໍາ ແລະ ການຄ້າ ນະຄອນໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ ໄດ້ສົມທົບກັບກໍາລັງທະຫານຊາຍແດນ ໄດ້ອອກຕະເວນກວດກາລຽບຕາມຊາຍແດນແມ່ນໍ້າຂອງໃນບໍ່ດົນມານີ້ ພົບການລັກລອບນໍາເຂົ້າຊີ້ນໝູ ຈາກປະເທດເພື່ອນບ້ານ.

ອີງຕາມການລາຍງານຈາກເຈົ້າໜ້າທີ່ໃຫ້ຮູ້ວ່າ  ໄດ້ພົບເຫັນເຮືອຫາງຍາວ ຈໍານວນ 1 ລໍາ ທີ່ຈອດຢູ່ ແຄມແມ່ນໍ້າຂອງເບື້ອງຝັ່ງລາວ ໂດຍບໍ່ມີຄົນຂັບ ແລະ ຜູ້ໂດຍສານ, ຫຼັງເຂົ້າກວດຄົ້ນພົບສິນຄ້າປະເພດຊີ້ນໝູທີ່ໄດ້ແຍກສ່ວນ ຫຼື ຄົວແລ້ວ ບັນຈຸໄວ້ຢູ່ໃນກະສອບ, ລວມມີນໍ້າໜັກ 2.536 ກິໂລກຣາມ, ຊຶ່ງຄາດວ່າໄດ້ລັກລອບນໍາເຂົ້າມາຈາກປະເທດເພື່ອນບ້ານ, ມີມູນຄ່າ ເກືອບ 35.757.600 ກີບ, ນອກນັ້ນຍັງພົບລົດໂຕໂຢຕ້າ ວີໂກ ສີດໍາ ຈໍານວນ 1 ຄັນ ເລກທະບຽນ ກໍາແພງນະຄອນ ກຂ 5445, ຈອດຢູ່ແຄມຝັ່ງແມ່ນໍ້າຂອງ, ສ່ວນຜູ້ກະທໍາຜິດສາມາດຫຼົບໜີໄປໄດ້ ທາງເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງກໍາລັງເລັ່ງຕິດຕິດຕາມຕົວເພື່ອມາດໍາເນີນຄະດີຕາມກົດໝາຍ.

ດັ່ງນັ້ນ, ເຈົ້ານະຄອນໄກສອນ ພົມວິຫານ ຈຶ່ງເຫັນດີຕົກ ລົງອະນຸມັດໃຫ້ທໍາລາຍຊີ້ນໝູດັ່ງກ່າວຖິ້ມ ເພື່ອເປັນການ​ຊຸກ​ຍູ້​ການ​ຜະລິດ​ພາຍໃນ ແລະ ​ທັງປ້ອງກັນບໍ່ໃຫ້ມີການແຜ່ລະບາດຂອງເຊື້ອພະຍາດທີ່ອາດຈະຕິດມາກັບຊີ້ນໝູ ໂດຍການຂຸດຂຸມເລິກ 4-5 ແມັດ, ໂຮຍປູນຂາວແລ້ວນໍາຊີ້ນໝູລົງຂຸມ ພ້ອມທັງສີດຢາຂ້າເຊື້ອ ແລ້ວຈຶ່ງຝັງດິນ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...